IAEA ກະຕຸກຊຸກຍູ້ບັນດາປະເທດມະຫາອຳນາດເຈລະຈາກັບອີຣານ

(VOVWORLD) -ວັນທີ 10 ມິຖຸນາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງອີຣານ

ພາຍຫຼັງເຕເຮຣານ ຖະແຫຼງວ່າ ອາດຈະຢຸດຕິບາງຄຳໝັ້ນສັນຍາໃນຂໍ້ຕົກລົງປະຫວັດສາດ ຫຼື ເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA), ເຊິ່ງປະເທດນີ້ໄດ້ລົງນາມກັບກຸ່ມ P5+1 (ລວມມີ ອັງກິດ, ອາເມລິກາ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015.

        ກ່າວຄຳເຫັນທີ່ກອງປະຊຸມປະຈຳໄຕມາດຂອງຄະນະບໍລິຫານງານ, ທ່ານ Yukiya Anano, ຜູ້ອຳນວຍການໃຫຍ່ IAEA ໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍ ເຊິ່ງອີຣານ ຖະແຫຼງປະຕິບັດຕາມ JCPOA ແມ່ນຜົນງານສຳຄັນ, ພ້ອມກັນນັ້ນໄດ້ເນັ້ນໜັກເຖິງເລື່ອງ ເຕເຮຣານ ຄວນປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍ ເຊິ່ງໄດ້ຍົກອອກມາໃນ JCPOA ຢ່າງຄົບຖ້ວນ. ຕາມທ່ານແລ້ວ, ບັນດາປະເທດມະຫາອຳນາດຄວນສືບຕໍ່ເຈລະຈາກັບອີຣານ ເພື່ອຮັກສາ JCPOA ແນໃສ່ສະກັດກັ້ນປະເທດນີ້ຜະລິດອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ