IAEA: ຕ້ອງການມີຂໍ້ຕົກລົງໃໝ່ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ

(VOVWORLD) -ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍກັບອີຣານ ທີ່ໄດ້ລົງນາມເມື່ອປີ 2015 ພາຍໃຕ້ສະໄໝທ່ານປະທານາທິບໍດີອາເມລິກາຫາກໍ່ໄດ້ຮັບໄຊຊະນະ Joe Biden ຮຽກຮ້ອງຕ້ອງບັນລຸໄດ້ຂໍ້ຕົກລົງສະບັບໃໝ່

IAEA: ຕ້ອງການມີຂໍ້ຕົກລົງໃໝ່ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ - ảnh 1 ທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi

(ພາບ: IAEA)

ວັນທີ 17 ທັນວາ, ທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໃຫ້ຂໍ້ສັງເກດວ່າ, ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍກັບອີຣານ ທີ່ໄດ້ລົງນາມເມື່ອປີ 2015 ພາຍໃຕ້ສະໄໝທ່ານປະທານາທິບໍດີອາເມລິກາຫາກໍ່ໄດ້ຮັບໄຊຊະນະ Joe Biden ຮຽກຮ້ອງຕ້ອງບັນລຸໄດ້ຂໍ້ຕົກລົງສະບັບໃໝ່, ໃນນັ້ນວາງອອກວິທີຫຼີກລ້ຽງຄວາມສາມາດລະເມີດຂໍ້ຕົກລົງນີ້.

        ທ່ານ Rafael Grossi ຖືວ່າ, ໄດ້ມີການລະເມີດຫຼາຍຢ່າງກ່ຽວກັບຂໍ້ຕົກລົງ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະ ຍ້ອນເຫດນັ້ນ, ບັນດາຝ່າຍຈະຕ້ອງເລີ່ມຕົ້ນຄືນໃໝ່. ເພື່ອຟື້ນຟູຂໍ້ຕົກລົງດັ່ງກ່າວ ຮຽກຮ້ອງຕ້ອງມີມາດຕາ, ຂໍ້ຕົກລົງ ຫຼື ເອກະສານສຳຮອງ “ຈະກຳນົດຢ່າງຈະແຈ້ງບັນດາສິ່ງທີ່ IAEA ປະຕິບັດ".

ຕອບກັບ

ຂ່າວ/ບົດ​ອື່ນ