IAEA ສືບ​ຕໍ່​ການກວດ​ກາ​ຮາກ​ຖານ​ນິວ​ເຄຼຍ​ຢູ່ ອີ​ຣານ

(VOVWORLD) - ປະຈຸບັນ, IAEA ພຽງແຕ່ສາມາດດຳເນີນການກວດກາຢູ່ບັນດາຮາກຖານນິວເຄຼຍບໍ່ຖືກຜົນສະທ້ອນຈາກການຜັນແປທີ່ເຄັ່ງຕຶງກ່ອນນັ້ນເທົ່ານັ້ນ.

  ວັນທີ 15 ທັນວາ, ທ່ານ Rafael Grossi ຜູ້ອຳນວຍການໃຫ່ຍອົງການປະລະມານູສາກົນ(IAEA),  ໃຫ້ຮູ້ວ່າ: ອົງການນີ້ໄດ້ສືບຕໍ່ການກວດກາຮາກຖານນິວເຄຼຍຢູ່ ອີຣານ ຄືນໃໝ່, ແຕ່ການເຂົ້າເຖິງຍັງຖືກຈຳກັດຢູ່ ແລະ ບໍ່ລວມມີຮາກຖານນິວເຄຼຍສຳຄັນຈຳນວນໜຶ່ງ.

  ທ່ານ Grossi ໃຫ້ຮູ້ວ່າ: ປະຈຸບັນ, IAEA ພຽງແຕ່ສາມາດດຳເນີນການກວດກາຢູ່ບັນດາຮາກຖານນິວເຄຼຍບໍ່ຖືກຜົນສະທ້ອນຈາກການຜັນແປທີ່ເຄັ່ງຕຶງກ່ອນນັ້ນເທົ່ານັ້ນ. ຕາມທ່ານແລ້ວ, ນີ້ແມ່ນບັນດາສະຖານທີ່ນອນໃນບັນຊີລາຍຊື່ບັນດາຮາກຖານທີ່ໄດ້ເຫັນດີດຳເນີນການກວດກາແຕ່ກ່ອນແລ້ວ. ຫົວໜ້າອົງການ IAEA ໄດ້ເຕື້ອງເຖິງຮາກຖານນິວເຄຼຍອື່ນ 3 ແຫ່ງທີ່ມີຄວາມໝາຍສຳຄັນກ່ວາ ຍ້ອນຍັງໄດ້ຮັກສາປະລິມານວັດສະດຸ ແລະ ເຄື່ອງອຸປະກອນນິວເຄຼຍຫຼາຍ ພ້ອມທັງຖືວ່າ IAEA ຕ້ອງເຂົ້າເຖິງບັນດາຮາກຖານນີ້ໂດຍໄວ.

  ປະຈຸບັນ, ອີຣານ ຍັງບໍ່ທັນອະນຸຍາດໃຫ້ບັນດານັກສັງເກດການຂອງ IAEA ເຂົ້າເຖິງບັນດາສະຖານທີ່ນິວເຄຼຍທີ່ຖືກບຸກໂຈມຕີທາງອາກາດ ໂດຍ ອິດສະຣາແອັນ ແລະ ອາເມລິກາ ດຳເນີນເມື່ອເດືອນມິຖຸນາທີ່ຜ່ານມາ, ໃນນັ້ນມີຮາກຖານເສີມທາດອູຣານຽມ 3 ແຫ່ງທີ່ພວມເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ