IEA: ຄວາມຕ້ອງການກ່ຽວກັບນ້ຳມັນເພີ່ມຂຶ້ນ ສ່ອງແສງໃຫ້ເຫັນຄວາມຫຍຸ້ງຍາກທາງດ້ານເສດຖະກິດ

(VOVWORLD) -ເລື່ອງອຸນຫະພູມເພີ່ມຂຶ້ນສູງໃນລະດູແລ້ງ ແລະ ລາຄາອາຍແກັດເພີ່ມຂຶ້ນຢ່າງແຮງ ໄດ້ຊຸກຍູ້ການນຳໃຊ້ນ້ຳມັນແທນໃຫ້ອາຍແກັດເພື່ອກະຈາຍໄຟຟ້າ
IEA: ຄວາມຕ້ອງການກ່ຽວກັບນ້ຳມັນເພີ່ມຂຶ້ນ ສ່ອງແສງໃຫ້ເຫັນຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 11 ສິງຫາ, ອົງການພະລັງງານສາກົນ (IEA), ໃຫ້ຮູ້ວ່າ ເລື່ອງອຸນຫະພູມເພີ່ມຂຶ້ນສູງໃນລະດູແລ້ງ ແລະ ລາຄາອາຍແກັດເພີ່ມຂຶ້ນຢ່າງແຮງ ໄດ້ຊຸກຍູ້ການນຳໃຊ້ນ້ຳມັນແທນໃຫ້ອາຍແກັດເພື່ອກະຈາຍໄຟຟ້າ, ຜ່ານນັ້ນ ເຮັດໃຫ້ຄວາມຕ້ອງການ ນ້ຳມັນເພີ່ມຂຶ້ນ. IEA ໄດ້ພັນລະນາກ່ຽວກັບຄວາມຕ້ອງການນ້ຳມັນເພີ່ມຂຶ້ນໃນປະຈຸບັນວ່າແມ່ນ “ຜິດປົກກະຕິ” ໃນຕະຫຼາດພະລັງງານທີ່ມີຄວາມວິຕົກກັງວົນຂາດແຫຼ່ງສະໜອງຍ້ອນບັນດາຄຳສັ່ງລົງໂທດແນໃສ່ນ້ຳມັນຂອງ ລັດເຊຍ ແລະ ລະດັບໄພເງິນເຟີ້ເພີ່ມຂຶ້ນສູງທີ່ສຸດໃນຫຼາຍທົດສະວັດຜ່ານມາ ໄດ້ເລີ່ມສົ່ງຜົນສະທ້ອນເຖິງການນຳໃຊ້ເຊື້ອເພີງ.

IEA ໃຫ້ຮູ້ວ່າ, ເລື່ອງຫຼຸດຜ່ອນການນຳໃຊ້ເຊື້ອເພີງເຂົ້າໃນການຄົມມະນາຄົມທາງບົກຢູ່ບັນດາປະເທດພັດທະນາ ແລະ ການເຕີບໂຕຫຼຸດລົງໃນທ້າຍປີນີ້ແມ່ນ “ຕິດພັນຄວາມຮູ້ສຶກທີ່ຫຍໍ້ທໍ້ຕໍ່ຄວາມສ່ຽງຊຸດໂຊມໃນໄຕມາດທີ 2 ປີ 2022”.

ຕອບກັບ

ຂ່າວ/ບົດ​ອື່ນ