ILO ຮັບຮ​ອງ​​ເອົາ​ສົນທິສັນຍາ​ແຮງ​ງານ​ເດັກ

(VOVWORLD) -        ເປັນຄັ້ງທໍາອິດໃນປະຫວັດສາດຂອງ ອົງການແຮງງານສາກົນ (ILO), ສົນທິສັນຍາສາກົນກ່ຽວກັບແຮງງານເດັກໄດ້ຮັບການໃຫ້ສັດຕະຍາບັນຈາກທຸກປະເທດສະມາຊິກ.
ILO ຮັບຮ​ອງ​​ເອົາ​ສົນທິສັນຍາ​ແຮງ​ງານ​ເດັກ - ảnh 1 ເດັກນ້ອຍຢູ່ Lahore, ປະກິດສະຖານ (ພາບ: AFP/TTXVN)

 ສົນທິສັນຍາສະບັບເລກທີ 182 ກ່ຽວກັບບັນດາຮູບການນໍາໃຊ້ແຮງງານເດັກໄດ້ຮັບການໃຫ້ສັດຕະຍາບັນຈາກທົ່ວໂລກໃນວັນທີ 04 ສິງຫາ, ແລ້ວກາຍເປັນສົນທິສັນຍາໄດ້ຮັບການໃຫ້ສັດຕະຍາບັນໄວທີ່ສຸດໃນປະຫວັດສາດຂອງ ILO. ຜູ້ອໍານວຍການໃຫຍ່ ILO ທ່ານGuy Ryder ໄດ້ເນັ້ນໜັກວ່າ ເລື່ອງໃຫ້ສັດຕະຍາບັນສົນທິສັນຍາສະບັບເລກທີ 182 ແມ່ນມີີຄວາມໝາຍວ່າ ເດັກທຸກຄົນແມ່ນໄດ້ຮັບການປົກປ້ອງຢ່າງຖືກຕ້ອງຕາມກົດໝາຍ, ຕ້ານຄືນບັນດາຮູບການນໍາໃຊ້ແຮງງານເດັກທີ່ຮ້າຍແຮງທີ່ສຸດ ຫຼືບັນດາວຽກງານທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ສຸຂະພາບ, ຄຸນສົມບັດ ຫຼືຈິດຕະສາດຂອງເດັກ.


ຕອບກັບ

ຂ່າວ/ບົດ​ອື່ນ