IMFກ່າວເຕືອນຜົນກະທົບທີ່ຫຍໍ້ທໍ້ເຖິງເສດຖະກິດອັງກິດຖ້າຫາກອັງກິດອອກຈາກEU

IMFກ່າວເຕືອນຜົນກະທົບທີ່ຫຍໍ້ທໍ້ເຖິງເສດຖະກິດອັງກິດຖ້າຫາກອັງກິດອອກຈາກEU - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 18/06, ກອງ​ທຶ​ນ​ເງິນ​ຕາ​ສາ​ກົນ (IMF) ໄດ້ກ່າວ​ເຕືອນ​ວ່າ ຖ້​າ​ຫາກ​ອັງ​ກິດ​ອອກ​ຈາກສະ​ຫະ​ພາບ​ເອີ​ລົບ (EU) ຫຼື ເອີ້ມ​ວ່າ “Brexit”, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ປະ​ເທດນີ້​ຈະ​ຖືກ​ຫຼ​ຸດ​ລົງ​ໃນ​ໄລ​ຍະ​ຍາວ, ພ້ອມ​ທັງ​ຈະ​ມີ​ການ​ກະ​ທົບ​ທີ່ຫຍ້​ໍ​ທ​ໍ້ ແລະ ​ຮ້າຍ​ແຮງ​ເຖິງ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດນີ້ ກໍ​ຄື​​ເຖິງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດເອີ​ລົບ ອື່ນໆ​. IMF ຖື​ວ່າ, ເລື່ອງ​ອັງ​ກິດ ອອກ​ຈາກ EU ຈະ​ບໍ່​ນຳ​​ເ​ອົາ​ຜົນ​​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ​ໃດໆ​​ມາໃຫ້​ອັງ​ກິດ. ໃນ​ຕໍ່​ໜ້າ, ເສດ​ຖະ​ກິດ​ຂອງ​ອັງ​ກິດ ຄາດ​ວ່າ​ຈະ​ຖືກ​ຊຸດ​ໂຊມ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ໃນ​ໄລ​ຍະ​ຍາວ, ບັນ​ດາ​ຄວາມ​ເສຍ​ຫາຍ​ຂາດ​ສະ​ຖ​ຽນ​ລະ​ພາບ​​ຖືກແກ່​ຍາວ ພ້ອມ​ກັບ​ລາຍ​ຈ່າຍ​ດ້ານ​ການ​ຄ້າ​​ຫຼາຍກວ່ານັ້ນ ຈະເຮັດ​ໃຫ້​​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ອັງ​ກິດ ​ບັນ​ລຸ​ໄດ້​ຖືກ​ລົບ​ລ້າງ​ໄປ. ໃນ​ຈຸດ​ເວ​ລາທີ່​ການ​ລົງ​ປະ​ຊ​າ​ມະ​ຕິຢູ່​ອັງ​ກິດ ໃ​ກ້​ຈະ​​ມາຮອດ​ແລ້ວ​ (​ຄື​ໃນວັນ​ທີ 23/06), ບໍ່​ພຽງ​ແຕ່​ບັນ​ດາ​ອົງ​ການ​ເສດ​ຖະ​ກິດ​ສາ​ກົນ​ຄື: IMF, ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກ​ິດ ແລະ ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ເອີ​ລົບ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ບັນ​ດາ​ໄພ​​ຂາດ​ສະ​ຖຽນ​ລະ​ພາບ ແລະ ​ຄວາມ​ວຸນ​ວາຍ​ອັນ​ໃຫຍ່​ຫຼວງ ຖ້າ​ຫາກເລື່ອງ​ອັງ​ກິດ ອອກ​ຈາກ EU ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ