IMFຄາດຄະເນຫລຸດລະດັບເຕີບໂຕເສດຖະກິດທົ່ວໂລກລົງ

IMFຄາດຄະເນຫລຸດລະດັບເຕີບໂຕເສດຖະກິດທົ່ວໂລກລົງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19/01, ກອງ​ທຶນ​ເງິນ​ຕາ​ສາກົນ (IMF) ​​ຄາດ​ຄະເນຫລຸດ​ລະດັບ​ເຕີບ​ໂຕ​ເສດຖະກິດທົ່ວ​ໂລກລົງ ​ເມື່ອ​ທຽບ​ໃສ່​ກັບ​ການຄາ​ດຄະ​ເນ ຊຶ່ງ​ໄດ້​ປະກາດ​ໃນ​ເດືອນ 10/2015 ​ຍ້ອນການ​ຊຸດ​ໂຊມ​ຂອງ​ບັນດາ​ພື້ນ​ຖານ​ເສດຖະກິດ​ທີ່ຫາ​ກໍ​ພົ້ນ​ເດັ່ນ​ຄື: ຈີນ ​ແລະ ລາຄາ​ນ້ຳມັນ​ໃນ​ໂລກ​​ໄດ້ຫລຸດ​ລົງ​ຢ່າງແຮງ. IMF ຄາດ​ຄະ​ເນ​ວ່າ ຍອດ​ຜະລິດ​ຕະພັນ​ທົ່ວ​ໂລກ (GDP) ຈະບັນລຸ​ລະດັບ​ເຕີບ​ໂຕ 3,4% ​ໃນ​ປີ 2016, ຫລຸດລົງ 0,2% ​ເມື່ອ​ທຽບ​ໃສ່​ກັບ​ການ​ຄາດ​ຄະ​ເນ​​ໃນ​ເດືອນ 10/2015. ​ໂດຍ​ລະອຽດ, ​​ແມ່ນໃນ​ບົດ​ລາຍ​ງານ​ດັ່ງກ່າວ, IMF ​ໄດ້​​ຄາດ​ຄະ​ເນ​ຫລຸດ​ລະດັບ​ເຕີບ​ໂຕ​ຂອງ ອາ​ເມ​ລິ​ກາ ລົງ​​ເຫຼືອ​ພຽງ 2,6% ​ໃນ​ປີ 2016 ​ແລະ ປີ 2017, ພາຍຫລັງ​ເສດຖະກິດ ອາ​ເມ​ລິ​ກາ ​ໄດ້​ບັນລຸ​ລະດັບເຕີບ​ໂຕ 2,5% ​ໃນ​ປີ 2015 ຜ່ານ​ມາ. ກ່ຽວ​ກັບ​ດ້ານເສດຖະກິດ ຂອງ ຈີນ, IMF ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ຂອງປະ​ເທດ​ນີ້​ຈະ​ບັນລຸ​ລະດັບເຕີບ​ໂຕ 6,3% ​ໃນ​ປີ 2016 ​ແລະ 6% ​ໃນ​ປີ 2017. ຕາມ IMF ​ແລ້ວ, ບັນດາ​ຄວາມ​ມານະ​ພະຍາຍາມ​ຫັນປ່ຽນ​ໂຄງ​ປະກອບ​ຈາກ​ພື້ນຖານ​ເສດຖະກິດ​ຕົ້ນຕໍທີ່ອີງ​ໃສ່ການ​ສົ່ງອອກ ​ແລະ ການລົງທຶນ​​ເຂົ້າສູ່​ພື້ນຖານ​ເສດຖະກິດບໍລິ​ໂພ​ກອຸປະ​ໂພ​ກ ​ແມ່ນ​ໜຶ່ງ​ໃນ​ບັນດາປັດ​ໃຈ​ຕົ້ນຕໍ​ເພື່ອ ຊ່ວຍ​​ໃຫ້ຈີນ​ສືບ​ຕໍ່​ເຕີບ​ໂຕ​ໃນ​ປີ 2016 ​ແລະ 2017.

ຂ່າວ/ບົດ​ອື່ນ