IMFຮັບຮອງເອົາບ້ວງເງິນສິນເຊື່ອ1,7ຕື້USDໃຫ້ຢູແກຼນ

IMFຮັບຮອງເອົາບ້ວງເງິນສິນເຊື່ອ1,7ຕື້USDໃຫ້ຢູແກຼນ - ảnh 1
(ພາບປະກອບ)

​​(vovworld) – ວັນ​ທີ 31/07, ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ເຫັນ​ດີ​ໃຫ້​ຢູ​ແກຼນ ກູ​້ຢືມ 1,7 ຕື້ USD, ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ພື້ນຖານ​ເສດຖະກິດ ພວມ​ອຶດ​ອາດ​ຊັກ​ຊ້າ ຍ້ອນ​ວິ​ກິດ​ການດ້ານ​ການ​ເມືອງ ​ແລະ ສັງຄົມ​ໃນ​ກວ່າ 2 ປີຜ່ານມາ. ບ້ວງ​ເງິນ​ສິນ​​ເຊື່​ອນີ້ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ໂຄງການ​ໜູນ​ຊ່ວຍ​ດ້ານ​ກາ​ນ​ເງິນ​ທີ່​ມີ​ມູນ​ຄ່າ 17,5 ຕື້ USD ຂອງ IMF ທີ່​ສະ​ຫງວນ​ໃຫ້​ຢູ​ແກຼນ. ​ໃນ​ຖະ​ແຫຼງການ​ທີ່​ຍົກ​ອອກ​ມາ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ເງິນ​ຢູ​ແກຼນ ​ໃຫ້​ຮູ້​ວ່າ, ບ້ວງ​ເງິນ​ກູ້​ຢືມ​ໃໝ່ ຈະ​ໄດ້​ນຳ​ໃຊ້​​ເພື່ອ​ເພີ່ມ​​ເຕີ່​ມ​ບັນດາ​​ແຫຼ່ງ​ເງິນ​ສະ​ສົມ​ຂອງ​ທະນາຄານ​ແຫ່ງ​ລັດ​ຂອງ​ປະ​ເທດ​ນີ້, ຊ່ວຍ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ ​ແລະ ຮັບປະ​ກັບສະຫງົບ​ໝັ້ນ​ທ່ຽງ​ຂອງ​ຕະຫຼາດ​ການ​ເງິນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ