IPC ຫ້າມລັດເຊຍເຂົ້າຮ່ວມ Paralympic 2016

IPC ຫ້າມລັດເຊຍເຂົ້າຮ່ວມ Paralympic 2016 - ảnh 1
ທ່ານ​ປະ​ທານ IPC, Philip Craven 
(ພາ​ບ: bbc.com)


(vovworld) - ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ (IPC) ຫາກໍ່​ອອກ​ຄຳ​ສັ່ງ​ຫ້າມ​ນັກ​ກິ​ລາ​​ຂອງ​ລັດ​ເຊຍ ທຸກ​ຄົນ ເຂົ້າ​ຮ່ວມງານ​ມະ​ຫາ​ກຳ​ກິ​ລາ​ທີ່​ສະ​ຫງວນ​ໃຫ້​ຄົນ​ພິ​ການ (Paralympic) ຢູ່​ນະ​ຄອນ Rio de Janeiro ຂອງ ບ​ຣາ​ຊີນ ໃນ​ເດືອນ 09 ຈະ​ມາ​ເຖິງ. ທ່ານ​ປະ​ທານ IPC, Philip Craven ໃຫ້​ຮູ້​ສາຍ​ເຫດ​ຂອງ​ຄຳ​ສັ່ງ​ເກືອດ​ຫ້າມດັ່ງ​ກ່າວ​ແມ່ນ​ຍ້ອນ​​ບັນ​ຫານຳ​ໃຊ້ສານ​ກະ​ຕຸ້​ນ. ພາຍ​ຫຼັງ​ຄຳ​ສັ່ງເກືອດ​ຫ້າ​ມ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກິ​ລ​າ​ລັດ​ເຊຍ Vitaly Mutko ຢືນ​ຢັນ​ວ່າ, ນີ້​ແມ່ນ​ຂໍ້​ຕົ​ກ​ລົງບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ລັດ​ເຊຍ ຖະ​ແຫຼງວ່າ​ຈະຟ້ອງ​​ຮ້ອງ​ຕໍ່ຂໍ້​ຕົກ​ລົງ​ຂອງ IPC.

ຂ່າວ/ບົດ​ອື່ນ