IS ຍອມຮັບປະຕິບັດການວາງລະເບີດໃສ່ໂບດອິດສະລາມຢູ່ອາບການິດສະຖານ

(VOVWORLD) -ອົງການກໍ່ການຮ້າຍ IS ຍອມຮັບວ່າ ໄດ້ດຳເນີນການວາງສະເບີດສະຫຼະຊີບແນໃສ່ໂບດອິດສະລາມ ນິກາຍ Shi’ite ຢູ່ທາງທິດຕາເວັນອອກອາບການິດສະຖານ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 39 ຄົນເສຍຊີວິດ ແລະ 80 ຄົນຮັບບາດເຈັບ.

IS ຍອມຮັບປະຕິບັດການວາງລະເບີດໃສ່ໂບດອິດສະລາມຢູ່ອາບການິດສະຖານ - ảnh 1IS ຍອມຮັບປະຕິບັດການວາງລະເບີດໃສ່ໂບດອິດສະລາມຢູ່ອາບການິດສະຖານ

(ພາບ: AFP/ TTXVN)

ວັນທີ 04 ສິງຫາ, ໃນແຈ້ງການໂດຍສຳນັກຂ່າວສານ Amaq ຂອງ IS ໄດ້ລົງໃນເວັບໄຊມີເນື້ອໃນວ່າ, ອົງການກໍ່ການຮ້າຍນີ້ຖະແຫຼງວ່າ ມີປະມານ 150 ຄົນ, ລວມທັງຜູ້ຖືສາສະໜາອິດສະລາມນິກາຍ Shi’ite ແລະ ບັນດາພາລະກອນປ້ອງກັນຄວາມສະຫງົບຖືກເສຍຊີວິດໃນເຫດວາງລະເບີດເມື່ອວັນທີ 03 ສິງຫາ, ຢູ່ເທດສະບານເມືອງ Gardez, ແຂວງ Paktia, ທາງທິດຕາເວັນອອກອາບການິດສະຖານ. ເຖິງຢ່າງໃດກໍ່ຕາມ, IS ບໍ່ເປີດເຜີຍກ່ຽວກັບວິທີປະຕິບັດການບຸກໂຈມຕີເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ