NATO ວິຕົກວັງວົນກ່ຽວກັບແຜນການປ້ອງກັນຊາດຂອງ EU

(VOVWORLD) - ທ່ານມີຄວາມວິຕົກກັງວົນວ່າ ບັນດາຄວາມມານະພະຍາຍາມຂອງ EU ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ມີໄພຈະເຮັດໃຫ້ສຳພັນທະມິດຂ້າມມະຫາສະໝຸດ ອັດລັງຕິກ ຖືກອ່ອນເພຍລົງ, ເພີ່ມແບກຮາບວຽກງານຂອງ NATO ຂຶ້ນທົບ 2 ເທົ່າ

NATO ວິຕົກວັງວົນກ່ຽວກັບແຜນການປ້ອງກັນຊາດຂອງ EU - ảnh 1ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະຈຳປີຄັ້ງທີ 54 ຫາກໍ່ດຳເນີນຢູ່ Munich (ປະເທດ ເຢຍລະມັນ), ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ກ່າວເຕືອນວ່າ ພາຍຫຼັງ ອັງກິດ ຖອນອອກຈາກ EU, ມີປະມານ 80% ກອງທຶນຂອງ NATO ຈະໄດ້ເອົາມາຈາກບັນດາປະເທດບໍ່ຂຶ້ນກັບ EU. ທ່ານມີຄວາມວິຕົກກັງວົນວ່າ ບັນດາຄວາມມານະພະຍາຍາມຂອງ EU ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ມີໄພຈະເຮັດໃຫ້ສຳພັນທະມິດຂ້າມມະຫາສະໝຸດ ອັດລັງຕິກ ຖືກອ່ອນເພຍລົງ, ເພີ່ມແບກຮາບວຽກງານຂອງ NATO ຂຶ້ນທົບ 2 ເທົ່າ ແລະ ຈະເກີດທັດສະນະຈຳແນກການປະພຶດສຳລັບບັນດາສະມາຊິກບໍ່ຂຶ້ນກັບ EU. ທ່ານເລຂາທິການໃຫຍ່ NATO Stoltenberg ເນັ້ນໜັກວ່າ: ຄວນເຂົ້າໃຈການກະທຳຂອງເອີລົບ ບໍ່ແມ່ນວ່າວິທີການແທນທີໃຫ້ NATO ຫາກແມ່ນວຽກງານປັບປຸງເສົາຄ້ຳຂອງ ເອີລົບ ໃນກຸ່ມທະຫານນີ້. ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ NATO ຍັງເນັ້ນໜັກເລື່ອງ EU ຄວນເຂົ້າໃຈແຈ້ງວ່າ ສຳພັນທະມິດນີ້ ຍັງບໍ່ທັນສາມາດຮັບປະກັນການປ້ອງກັນຕົວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ