Nepalປ່ອນບັດກ່ຽວກັງຮ່າງລັດຖະທຳມະນູນສະບັບໃໝ່

Nepalປ່ອນບັດກ່ຽວກັງຮ່າງລັດຖະທຳມະນູນສະບັບໃໝ່ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 13/09, ສະພາ​ແຫ່ງ​ຊາດ Nepal ​ ​​ເລີ່​ມປ່ອນ​ບັດ​ກ່ຽວ​ກັບ​ຮ່າງ​ລັດຖະທ​ຳມະນູນ​ສະບັບ​ໃໝ່. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nepal, Subhas Nembang ​ແຈ້ງ​ໃຫ້​ຮູ້ວ່າ ວິວັດ​ການ​ປ່ອນ​ບັດ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​​ສະບັບໃໝ່ ​ຖືກດຳ​ເນີນ​ໃນ​ວາລະ​ປະຊຸມ​ ຕອນ​ຄໍ່າ​ວັນ​ດຽວ​ກັນ. ​ແຕ່ລະ​ຂໍ້​ມາດຕາ​​ໃນຮ່າງ​ລັດຖະທຳ​ມະນູນ​​ສະບັບໃໝ່ ຕ້ອງ​ຍາດ​ໄດ​້ 2/3 ຈຳນວນບັດ​ສະໜັບ​ສະ​ໜູນເພື່ອ​ຮັບຮອງ​ເອົາ. ຕາມ​ຫ້ອງ​ວ່າການ​ລັດຖະບານ Nepal ​ແລ້ວ, ຈະ​ຕ້ອງ​ໃຊ້​ເວລາ​ຢ່າງ​ໜ້ອຍ​ສຸດ 4 ວັນ ​ເພື່ອ​ສຳ​ເລັດ​ການ​ປ່ອນ​ບັດ​ຢູ່​ອົງການ​ສ້າງ​ກົດໝາຍ ລວມມີສະມາຊິກ 601 ຄົນ​ນີ້. ນີ້​ຈະ​ແມ່ນ​ລັດຖະທຳ​ມະນູນ​ທຳ​ອິດ​ຂອງ Nepal ພາຍຫຼັງ​ທີ່​ປະ​ເທດ​ນີ້​ກາຍ​ເປັນ​ປະ​ເທດສາທາລະນະ​ລັດ​ເມື່ອ​ປີ 2008, ສິ້ນ​ສຸດ 240 ປີ​​ແຫ່ງ​ລະບອບ​ລາຊາ​ທິປະ​ໄຕ.
ຂ່າວ/ບົດ​ອື່ນ