OIFຫນູນຊ່ວຍຄູອາຈານແລະສອນພາສາຝລັ່ງໃຫ້ແກ່ນັກຮຽນຫວຽດນາມ

OIFຫນູນຊ່ວຍຄູອາຈານແລະສອນພາສາຝລັ່ງໃຫ້ແກ່ນັກຮຽນຫວຽດນາມ - ảnh 1
ການ​ເຄື່ອນ​ໄຫວ​ສ​ະ​ເຫລີມ​ສະ​ຫລອງວັນ​​ສາ​ກົນໃຊ້​ພາ​ສາ​ຝ​ລັ່ງ
ພາບ​ປະ​ກອບ:nhandan

(vovworld)- ໃນ​ຂອ​ບ​ເຂດ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ສູນ​ພາ​ສາ​ຝ​ລັ່ງ ອາ​ຊີ - ປາ​ຊີ​ຟີກ ຂຶ້ນ​ກັບ ອົງ​ການ​ໃຊ້​ພາ​ສາ​ຝ​ລັ່ງ ສາ​ກົນ (OIF), ວາ​ລະ​ປະ​ຊຸມ​ຄັ້ງ​ທີ 16 ຂອງ​ສ​ະ​ພາ​ກຳ​ນົດ​ທິດ​ທີ່​ຂຶ້ນ​ກັບ​ສູນ​ດັ່ງ​ກ່າວໄດ້​ດຳ​ເນີນ​ໃນ​ວັນ​ທີ 29/2 ຢູ່ ນະ​ຄອນ​ຫລວງ ພະ​ນົມ​ເປັນ ປະ​ເທດ ກຳ​ປູ​ເຈຍ. ວາ​ລະ​ປະ​ຊຸມ ເພື່ອ​ຕີ​ລາ​ຄາ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ປີ 2015 ແລະ ຮັບ​ຮອງ​ເອົາ​ໂຄງ​ການ​ຍຸດ​ທະ​ສາດ​ໃຫ້​ປີ 2016 ກ່ຽວ​ກັບສະ​ພາບການ​ສອນ​ ແລະ ການ​ຮຽນພາ​ສາ ຝ​ລັ່ງ ປະ​ຈຸ​ບັນ ຢູ່ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟີກ. ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ ມີ​ຜູ້​ຕາງ​ຫນ້າ​ຂອງ OIF ແລະ ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, Vanuatu ແລະ​ຫວຽດ​ນາມ. ທີ່​ການ​ປະ​ຊຸມ, ທ່ານ​ນາງ ຫວູ​ທິ​ຕູ​ແອງ, ຮອງ​ຫົວ​ຫນ້າ​ກົມ​ສຶກ​ສາ​ຊັ້ນ​ມັດ​ທະ​ຍົມ, ສັງ​ກັດ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ສະ​ເຫນີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, OIF ສືບ​ຕໍ່​ຫນູນ​ຊ່ວຍ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ຄູ​ອາ​ຈານ ແລະ​ຄູ​ສອນ​ພາ​ສາ ຝ​ລັ່ງ ຢູ່ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ