OPEC ຫຼຸດ​ ​ການຄາດ​ຄະ​ເນ ​ລະ​ດັບ​ເຕີບ​ໂຕ​ຄ​ວາມ​ຕ້ອງ​ການ​ນ້ຳ​ມັນ​ໂລກລົງ​

(VOVWORLD) -ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຫຼຸດ ການຄາດຄະເນ ລະດັບການເຕີບໂຕຄວາມຕ້ອງການນ້ຳມັນ ໂລກໃນປີ 2020 ລົງເກືອບ 1/5 ເມື່ອທຽບໃສ່ລະດັບການຄາດຄະເນໃນເບື້ອງຕົ້ນ, ຍ້ອນຜົນສະທ້ອນຈາກ ການລະບາດເຊື້ອພະຍາດ CoVid-19.
OPEC ຫຼຸດ​ ​ການຄາດ​ຄະ​ເນ ​ລະ​ດັບ​ເຕີບ​ໂຕ​ຄ​ວາມ​ຕ້ອງ​ການ​ນ້ຳ​ມັນ​ໂລກລົງ​ - ảnh 1ຮາກຖານກັ່ນນ້ຳມັນຢູ່  al-Buraqah, ລີບີ (ພາບ: AFP/TTXVN)

ຕາມບົດລາຍງານກ່ຽວກັບການຕະຫຼາດ ນ້ຳມັນໂລກທີ່ໄດ້ປະກາດໃນວັນທີ 12 ກຸມພາ, OPEC ໄດ້ຄາດຄະເນວ່າ ລະດັບ ຄວາມຕ້ອງການນ້ຳມັນໃນທົ່ວໂລກໃນປີ 2020 ແມ່ນ 0,99 ລ້ານຖັງ/ວັນ, ຫຼຸດລົງເມື່ອທຽບໃສ່ລະດັບຄາດຄະເນ 1,22 ລ້ານຖັງ/ວັນ ເຊິ່ງໄດ້ຍົກອອກໃນເດືອນກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ