P5+1ຍັບໃກ້ກັບຂໍ້ຕົກລົງດ້ານນິວເຄຼຍກັບອີຣານກ່ວາອີກ

P5+1ຍັບໃກ້ກັບຂໍ້ຕົກລົງດ້ານນິວເຄຼຍກັບອີຣານກ່ວາອີກ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ John Kerry (​ຂວາ) ​ແລະ ຄູ່​ຕຳ​ແໜ່ງ​ອີ​ຣານ Mohammad Javad Zarif
(ພາບ: AFP/TTXVN )

(vovworld) – ​​​​ວັນ​ທີ 31/5, ບັນ​ດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ ໃຫ້​ຮູ້​ວ່າ: ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອັງ​ກິດ, ຝ​ຣັ່ງ, ອາ​ເມ​ລິ​ກາ, ຈີນ, ລັດ​ເຊຍ ແລະ ເຢຍ​ລະ​ມັນ) ເຫັນ​ດ​ີ​ເປັນ​ເອ​ກະ​ສັນ​ຕໍ່​ວິ​ທີ​ຟື້ນ​ຟູ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສ​ປ​ຊ ສຳ​ລັບ ອີ​ຣານ ຖ້າ​ຫາກ​ປະ​ເທດນີ້​ລະ​ເມີດ​ບັນ​ດາ​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄຼຍ​ໃນ​ອະ​ນາ​ຄົດ. ດ້ວຍ​ການ​ກະ​ທຳ​ນີ້, ກຸ່ມ P5+1 ໄດ້​ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ​ຕົ້ນ​ຕໍ​ສຳ​ລັບ​ເລື່ອງ​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກັບ ອີ​ຣານ ກ່ອນ​ກຳ​ນົ​ດ​ເວ​ລາ​ແມ່ນ​ວັນ​ທີ 30/6 ຈະ​ມາ​ເຖິງ. ຕາມ​ຂໍ້​ຕົກ​ລົງ​ໃໝ່​ແລ້ວ, ຄະ​ນະ​ກຳ​ມະ​ການ​ຕິດ​ຕ​າມກວດ​ກາ​ການ​ລະ​ເມີດ​ຂໍ້​ຕົກ​ລົງ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເຊິ່ງ​ລວມ​ມີ​ຜູ້​ຕາງ​ໜ້າ​ຂອງກຸ່ມ P5+1 ແລະ ອີ​ຣານ, ເພື່ອ​ຕີ​ລາ​ຄາບໍ່​ວ່າ​ການ​ກະ​ທຳ​ໃດ​ໆຂອງ ເຕ​ເຮ​ຣານ ທີ່​ຖືກ​ສົງ​ໄສ​​ວ່າ​ລະ​ເມີດ​ບັນ​ດາ​ມາດ​ຕາ​ໃນ​ຂໍ້​ຕົກ​ລົງ​ນີ້. ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ກໍ່​ຈະ​ສືບ​ຕໍ່​ລາຍ​ງານ​ເປັນ​ປະ​ຈຳ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ເພື່ອ​ໃຫ້ P5+1 ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ສາ​ມາດ​ຈະ​ຕີ​ລາ​ຄາ​ກ່ຽວ​ກັບ​ເລື່ອງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ ເຕ​ເຮ​ຣານ. ຖ້າ​ຫາກ ​ຄົ້ນ​ພົບ ອີ​ຣານ ​ບໍ່​ປະ​ຕິ​ບັດ​​ບັນ​ດາ​ມາດ​ຕາ​ໃນ​ຂໍ​້​ຕົກ​ລົງ​ນັ້ນ, ສ​ປ​ຊ ຈະ​​ຟື້ນ​ຟູບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ປະ​ເທດນີ້​ຄືນ​ໃໝ່.

 


ຂ່າວ/ບົດ​ອື່ນ