Pakixtan: ຄວາມເຄັ່ງ ຕຶງລະຫວ່າງນາຍົກ ລັດຖະມົນຕີ ແລະ ກອງທັບຄ່ອຍໆ ສິ້ນສຸດລົງ

Pakixtan: ຄວາມເຄັ່ງ ຕຶງລະຫວ່າງນາຍົກ ລັດຖະມົນຕີ ແລະ ກອງທັບຄ່ອຍໆ ສິ້ນສຸດລົງ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີປາ​ກິດ​ສະຖານ Yousuf Raza Gilani
(ພາບ: Getty Images)

ວັນ​ທີ 25/1, ທ່ານ​ນາຍົກ​ລັດຖະມົນຕີປາ​ກິດ​ສະຖານ Yousuf Raza Gilani ​ໄດ້ ຖອນ​ຄືນ​ຄຳ​ກ່າວຫາ​ທີ່​ວ່າ: ບັນດາ​ນາຍ​ພົນ​ອັນ​ດັບ​ໜຶ່ງ​ຂອງ​ກອງທັບ ​ແລະ ກຳລັງສືບ​ລາ​ຊະ​ການ​ລັບຂອງ​ປະ​ເທດ​ນີ້​ໄດ້​ມີ​ການ​​ກະທຳ​ລະ​ເມີດ​ລັດຖະທຳ​ມະນູນ  ​ໃນການ​ບັນດາກະທຳ​ທີ່​ສະ​ແດງໃຫ້​ເຫັນ​ວ່າ: ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ລັດ​ຖະບານ ​​ແລະ ກອງທັບ​ພວມ​ຄ່ອຍໆ​ສິ້ນ​ສຸດ​ລົງ. ສານດັ່ງກ່າວ​​ໂດຍທ່ານນາຍົກ​ລັດຖະມົນຕີ Gilani ຍົກ​ອອກ​ມາ​ພາຍຫຼັງ​ການ​ແລກປ່ຽນ​ກັບຫົວໜ້າ​ເສນາ​ທິການ​ທະຫານ​ບົກ ປາ​ກິດ​ສະຖານ, ນາຍພົນ Ashfaq Parvez Kayani ​ແລະ ຜູ້ອຳນວຍການ​ໃຫຍ່​ອົງການສືບ​ລາຊະການ​ລັບ ກຳລັງ​ທະຫານ​ປະສົ​ມ (ຫຼື ISI), ນາຍ​ພົນ Ahmad Shuja Pasha. ຫ້ອງ​ວ່າ​ການຂອງ​ທ່ານ Gilani ​ເວົ້າ​ວ່າ: ນາຍົກ​ລັດຖະມົນຕີ​ໄດ້​ລົບ​ລ້າງຄຳ​ວິຈານ​ທີ່ໄດ້​ຍົກ​ອອກ​ມາ​ກ່ອນ​ໜ້າ​ນັ້ນ​ທີ່​ກ່າ​ວຫາ​ບັນດາ​ນາຍ​ພົນ Cayani ​ແລະ ນາຍ​ພົນ Pasa​ ​ໄດ້ ປະລະ​ການ​ຊີ້ນ​ຳຂອງ​ລັດຖະບານ​ ໃນ​ການ​ສືບສວນ​ນຳ​ບັນຫາ​ກໍລະນີທີ່​ກ່ຽວຂ້ອງ​ເຖິງ​ປະທານ​າທິບໍດີ ປາ​ກິດ​ສະ​ຖານ Asif Ali Zardari ຂຶ້ນ​ສານ​ສູງ​ສຸດ​ຂອງປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ