Perth USAsia: ຫວຽດ​ນາມພວມ​ມີການເຕີບ​ໂຕ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ

(VOVWORLD) -ເວລາຈະມາເຖິງ, ອົດສະຕາລີຈະຮ່ວມມືໜູນຊ່ວຍຫວຽດນາມໃນການຮັບມືກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນໃໝ່ ກ່ຽວກັບພະລັງງານ, ການຂາດວັກຂາດຕອນຂອງລະບົບສະໜອງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ການສຶກສາ…
Perth USAsia: ຫວຽດ​ນາມພວມ​ມີການເຕີບ​ໂຕ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ - ảnh 1ພາບປະກອບ: TTXVN

ບົດລາຍງານການຄົ້ນຄ້ວາສະບັບອອກວັນທີ 23 ສິງຫາ ຂອງສູນ Perth USAsia, ອົດສະຕາລີ ທີ່ມີຊື່ວ່າ “ຮ່ວມມືກັບ ຫວຽດນາມທີ່ເປັນເຈົ້າການ: ໂຄງການດຳເນີນງານເສດຖະກິດຢ່າງແທດຈິງ ໃຫ້ແກ່ອົດສະຕາລີ”, ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍຂອບຂະໜາດເສດຖະກິດ ແລະ ວິທີການຮັບມືຢ່າງເໝາະສົມກັບພະຍາດໂຄວິດ - 19 ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ດ້ວຍສະພາບແວດລ້ອມທາງດ້ານການເມືອງທີ່ມີສະຖຽນລະພາບ, ແຮງງານໄດ້ຮັບການບຳລຸງສ້າງເປັນຢ່າງດີ, ຫວຽດນາມ ກາຍເປັນປະເທດຖືກຄັດເລືອກບຸລິມະສິດ. ບົດລາຍງານຕີລາຄາວ່າບົດບາດສາກົນ ຂອງ ຫວຽດນາມ ນັບມື້ນັບຕັ້ງໜ້າ ແລະ ບັນລຸໄດ້ຫຼາຍໝາກຜົນໃນຂອບເຂດອາຊຽນ ກໍ່ຄືບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ກ່ຽວກັບການພົວພັນລະຫວ່າງອົດສະຕາລີ ແລະ ຫວຽດນາມ, ບົດລາຍງານໃຫ້ຂໍ້ສັງເກດວ່າ ອົດສະຕາລີຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ພິເສດໃນປີ 2018, ອົດສະຕາລີ ແລະ ຫວຽດນາມ ໄດ້ຍົກລະດັບການພົວພັນສອງຝ່າຍ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ເວລາຈະມາເຖິງ, ອົດສະຕາລີຈະຮ່ວມມືໜູນຊ່ວຍຫວຽດນາມໃນການຮັບມືກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນໃໝ່ ກ່ຽວກັບພະລັງງານ, ການຂາດວັກຂາດຕອນຂອງລະບົບສະໜອງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ການສຶກສາ…

ຕອບກັບ

ຂ່າວ/ບົດ​ອື່ນ