Pfizer ແລະ BioNTech ຂໍ​​ໜັງ​ສືອະ​ນຸດ​ຍາດ​ນໍ​າ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍ​ໃນ​ເກັ່ນ​​ອາ​ຍຸ​ແຕ​່ 5 – 12 ປີ

(VOVWORLD) -ບໍລິສັດການຢາ Pfizer Inc (ອາເມລິກາ) ແລະ ຄູ່ຮ່ວມມື BioNTech (ເຢຍລະມັນ) ປະກາດວ່າ ໄດ້ມອບຂໍ້ມູນໃຫ້ອົງການຄຸ້ມຄອງການຢາ ເອີຣົບ (EMA) ເພື່ອພິຈາລະນາອອກໜັງສືອະນຸຍາດ ກ່ຽວກັບການນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ທີ່ສອງບໍລິສັດນີ້ໄດ້ຮ່ວມມືກັນພັດທະນາ ໃຊ້ສຳລັບກຸ່ມເດັກນ້ອຍໃນເກັ່ນອາຍຸແຕ່ 5 – 12 ປີ.
Pfizer ແລະ BioNTech ຂໍ​​ໜັງ​ສືອະ​ນຸດ​ຍາດ​ນໍ​າ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍ​ໃນ​ເກັ່ນ​​ອາ​ຍຸ​ແຕ​່ 5 – 12 ປີ - ảnh 1ວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ Pfizer Inc  (ພາບ: AFP/TTXVN)

ວັນທີ 15 ຕຸລາ, ບໍລິສັດການຢາ Pfizer Inc (ອາເມລິກາ) ແລະ ຄູ່ຮ່ວມມື BioNTech (ເຢຍລະມັນ) ປະກາດວ່າ ໄດ້ມອບຂໍ້ມູນໃຫ້ອົງການຄຸ້ມຄອງການຢາ ເອີຣົບ (EMA) ເພື່ອພິຈາລະນາອອກໜັງສືອະນຸຍາດ ກ່ຽວກັບການນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ທີ່ສອງບໍລິສັດນີ້ໄດ້ຮ່ວມມືກັນພັດທະນາ ໃຊ້ສຳລັບກຸ່ມເດັກນ້ອຍໃນເກັ່ນອາຍຸແຕ່ 5 – 12 ປີ. ກ່ອນໜ້ານັ້ນ, ວັນທີ 20 ກັນຍາ, ບໍລິສັດ Pfizer ແລະ BioNTech ກໍປະກາດຂໍ້ມູນການທົດລອງເບື້ອງຕົ້ນກັບອາສາສະໝັກ 2.268 ຄົນ ຜົນການທົດລອງໄດ້ໃຫ້ເຫັນວ່າ ວັກຊິນກັນໂຄວິດ - 19 ຂອງສອງບໍລິສັດນີ້ ໄດ້ສ້າງປະຕິກິລິຍາພູມຕ້ານທານທີ່ແຂງແຮງ ແລະ ມີຄວາມປອດໄພເມື່ອນຳໃຊ້ກັບກຸ່ມເດັກນ້ອຍທີີ່ມີອາຍຸແຕ່ 5 – 12 ປີ. ຄາດວ່າສອງບໍລິສັດນີ້ ຈະສືບຕໍ່ຂໍໜັງສືອະນຸຍາດນຳໃຊ້ວັກຊິນນີ້ຢູ່ຫຼາຍປະເທດ. ບໍລິສັດ Pfizer ແລະ BioNTech ກໍພວມດຳເນີນການທົດລອງວັກຊິນກັນໂຄວິດ - 19 ກັບກຸ່ມເດັກນ້ອຍທີ່ຫາກໍເກີດໃໝ່ (ແຕ່ 6 ເດືອນຫາ 2 ປີ) ແລະ ເດັກນ້ອຍທີ່ມີອາຍຸແຕ່ 2 – 5 ປີ. ຂໍ້ມູນກ່ຽວກັບການທົດລອງເບື້ອງຕົ້ນກັບກຸ່ມນີ້ ອາດຈະປະກາດກ່ອນທ້າຍປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ