Standard Chartered ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ການ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ຢັ້ງຢືນການໜູນຊ່ວຍຂອງ Standard Chartered ໄດ້ ແລະ ພວມປະກອບສ່ວນຊ່ວຍຫວຽດນາມ ປັບປຸງການເຄື່ອນໄຫວໂຄສະນາ ແລະ ອັນດັບຕໍ່ໜ້າສະພາບການສາກົນທີ່ເຕັມໄປດ້ວຍສິ່ງທ້າທາຍ.
Standard Chartered ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ການ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ພົບປະ ແລະ ເຮັດວຽກກັບທ່ານ Jose Vinals ປະທານກຸ່ມບໍລິສັດ Standard Chartered (ພາບ: TTXVN)

ລັດຖະບານໄດ້ຕີລາຄາສູງເລື່ອງ Standard Chartered ໄດ້ໜູນຊ່ວຍ ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ເຂົ້າຮ່ວມລະບົບສະໜອງ, ການເຄື່ອນໄຫວທາງການຄ້າ ໃນຂອບເຂດພາກພື້ນ ກໍ່ຄືທົ່ວໂລກ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ທີ່ການພົບປະ ແລະ ເຮັດວຽກກັບທ່ານ Jose Vinals ປະທານກຸ່ມບໍລິສັດ Standard Chartered ໃນຕອນບ່າຍວັນທີ 27 ມິຖຸນາ, ຢູ່ສຳນັກງານລັດຖະບານ.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ຢັ້ງຢືນການໜູນຊ່ວຍຂອງ Standard Chartered ໄດ້ ແລະ ພວມປະກອບສ່ວນຊ່ວຍຫວຽດນາມ ປັບປຸງການເຄື່ອນໄຫວໂຄສະນາ ແລະ ອັນດັບຕໍ່ໜ້າສະພາບການສາກົນທີ່ເຕັມໄປດ້ວຍສິ່ງທ້າທາຍ, ທ່ານສະເໜີ Standard Chartered ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ບົນເສັ້ນທາງພັດທະນາ. ກ່ຽວຂ້ອງເຖິງເລື່ອງ ຫວຽດນາມ ມານະພະຍາຍາມບັນລຸໄດ້ເປົ້າໝາຍນຳການປ່ອຍອາຍພິດລົງລະດັບ “0” Net Zero ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ປາດຖະໜາໃຫ້ Standard Chartered ສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍ ຫວຽດນາມ ປະຕິບັດການຫັນໂຄງການກະທຳໃຫ້ປະກົດຜົນເປັນຈິງ, ນຳໃຊ້ແຫຼ່ງທຶນໜູນຊ່ວຍບັນດາໂຄງການທີ່ກ່ຽວຂ້ອງເຖິງການເຕີບໂຕສີຂຽວ, ການເຕີບໂຕແບບຍືນຍົງ ຢ່າງມີປະສິດທິຜົນ.

ສ່ວນທ່ານ Jose Vinals ຢັ້ງຢືນຄຳໝັ້ນສັນຍາພ້ອມແລ້ວທີ່ຈະຮ່ວມມືກັບລັດຖະບານ ຫວຽດນາມ ກໍ່ຄືບັນດາຝ່າຍທີ່ກ່ຽວຂ້ອງເພື່ອປະຕິບັດການຫັນເປົ້າໝາຍພັດທະນາວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ທ່ານ Jose Vinals ຖືວ່າ ໂລກ ພວມມີການຜັນແປທີ່ສັບສົນຂຶ້ນຕື່ມ, ຮຽກຮ້ອງໃຫ້ຫວຽດນາມ ແລະ Standard Chartered ຕ້ອງມີກຳລັງຮັບມືເພື່ອຜ່ານຜ່າບັນດາສິ່ງທ້າທາຍ ແລະ ຫັນບັນດາໂອກາດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ