UAE ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ
(VOVWORLD) - ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Bader Abdullah Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບ ເອມມີເລດ ປະຈຳ ຫວຽດນາມ.
ບັນຍາກາດຂອງການຕ້ອນຮັບ |
ນະທີ່ນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ໃຫ້ການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮີບເຮັ່ງຊຸກຍູ້ບັນດາເນື້ອໃນຮ່ວມມື, ໃນນັ້ນ ມີການຜັນຂະຫຍາຍສະໜອງນ້ຳມັນອາຍແກັດໃຫ້ແກ່ ຫວຽດນາມ; ຫວຽດນາມ ປາດຖະໜາວ່າ ຈະໄດ້ຮັບປະລິມານນ້ຳມັນງວດທຳອິດຈາກ UAE ໃນໄວໆນີ້.
ສ່ວນທ່ານ Bader Abdullah Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບ ເອມມີເລດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໄດ້ຮັບຂໍ້ສະເໜີຈາກ ຫວຽດນາມ ແລະ ພວມແກ້ໄຂຂໍ້ສະເໜີກ່ຽວກັບການຜັນຂະຫຍາຍສະໜອງນ້ຳມັນອາຍແກັດໃຫ້ແກ່ ຫວຽດນາມ ຕາມຄວາມຕ້ອງການ, ຮັບປະກັນ “ຄວາມປອດໄພ ແລະ ຖືກຕ້ອງຕາມກຳນົດເວລາ”; ພ້ອມທາງໃຫ້ຄຳໝັ້ນສັນຍາຢ່າງສູງ ຈະຜັນຂະຫຍາຍເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ. ຊຸກຍູ້ບັນດາວິສາຫະກິດຂອງ UAE ລົງທຶນການເງິນເຂົ້າສູນການເງິນສາກົນຢູ່ ຫວຽດນາມ; ຫັນເປົ້າໝາຍການຄ້າສອງຝ່າຍບັນລຸ 10 ຕື້ USD ໃຫ້ປະກົດຜົນເປັນຈິງໃນໄລຍະໄວທີ່ສຸດເທົ່າທີ່ໄວໄດ້.
ພ້ອມທັງໃຫ້ຮູ້ວ່າ ມີບັນດາມາດຕະການແກ້ໄຂເພື່ອສະໜັບສະໜູນການເຄື່ອນໄຫວຂອງເຮືອບິນຂົນສົ່ງສິນຄ້າ ຫວຽດນາມ, ຫຼຸດຜ່ອນຄວາມຫຍຸ້ງຍາກດ້ານນ້ຳມັນ, ຊ່ວຍສິນຄ້າສືບຕໍ່ຈະລາຈອນຢ່າງລຸລ່ວງ; ພ້ອມທັງສະເໜີໃຫ້ ຫວຽດນາມ ກ່າວປະນາມບັນດາການກະທຳສົງຄາມບຸກໂຈມຕີສາມັນຊົນ, ບັນດາເປົ້າໝາຍພົນລະເຮືອນ.