UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ

(VOVWORLD) -ບົດລາຍງານໄດ້ປະກອບສ່ວນປະຕິບັດບັນດາການກະທຳກ່ຽວກັບດິນຟ້າອາກາດລະດັບຊາດ ແລະ ທົ່ວໂລກ
UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ - ảnh 1ຊາວໜຸ່ມສະໜັບສະໜູນວັນບຸນປູກຕົ້ນໄມ້
(ພາບປະກອບ: TTXVN)

ຕອນເຊົ້າວັນທີ 29 ພຶດສະພາ, ຢູຮ່າໂນ້ຍ, ໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳຫວຽດນາມ ໄດ້ສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມ ຈັດພິທີປະກາດບົດລາຍງານພິເສດ “ຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ” ແລະ ການເຈລະຈາກັບທ່ານນກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP26) ທາງອອນລາຍ ແລະ ໂດຍກົງ.

        ກ່າວຄຳເຫັນທີ່ພິທີປະກາດ, ທ່ານນາງ Caitlin Wiesen Antin, ຫົວໜ້າຜູ້ປະຈຳອົງການ UNDP ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ, ບົດລາຍງານໄດ້ປະກອບສ່ວນປະຕິບັດບັນດາການກະທຳກ່ຽວກັບດິນຟ້າອາກາດລະດັບຊາດ ແລະ ທົ່ວໂລກ, ພ້ອມທັງຍົກອອກບັນດາຂໍ້ສະເໜີແນະເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສຳພັດກັບເຕັກໂນໂລຊີປົກປັກຮັກສາສິ່ງແວດລ້ອມ ກໍຄືແຫຼ່ງການເງິນ; ຜ່ານນັ້ນແກ້ໄຂຮົ້ວກີດຂວາງ ແລະ ສ້າງທິດທາງເພື່ອຊຸກຍູ້ບັນດາການກະທຳເພື່ອດິນຟ້າອາກາດ ໂດຍຊາວໜຸ່ມປະຕິບັດໃນໄລຍະແຕ່ປີ 2021 – 2025.

        ທີ່ພິທີປະກາດ, ທ່ານ Alok Sharma, ປະທານ COP 26 ໄດ້ເນັ້ນໜັກວ່າ ອະນາຄົດຂອງຫວຽດນາມ ພວມນອນໃນກຳມື້ຂອງລຸ້ນໜຸ່ມ, ຍ້ອນເຫດນັ້ນ ສຽງເວົ້າຂອງຊາວໜຸ່ມແມ່ນມີຄວາມສຳຄັນຍິ່ງ. ເມື່ອເນັ້ນໜັກເຖິງບັນດາຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດທີບໍ່ມີພົມແດນ, ທ່ານປະທານ COP 26 ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ໃນນັ້ນມີຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈ, ມີການກະທຳລວມໝູ່ເພື່ອຫຼຸດຜ່ອການປ່ອຍອາຍພິດເຮືອນແກ້ວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ