UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

(VOVWORLD) -  ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.
UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ເລື່ອງ UNESCO ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ ໄດ້ຢັ້ງຢືນການຕີລາຄາສູງຂອງສາກົນສຳລັບບັນດາຄຸນຄ່າວິທະຍາສາດ, ວັດທະນະທຳ, ການສຶກສາຂອງ ຫວຽດນາມ ຂອງນັກວັດທະນະທຳ ເລກຸຍໂດນ; ປະກອບສ່ວນໂຄສະນາ, ແນະນຳປະຫວັດສາດວັດທະນະທຳຂອງ ຫວຽດນາມ, ຂອງແຂວງ ຮຶງອຽນ. ເລື່ອງ UNESCO ແລະ ບັນດາປະເທດສະມາຊິກຮັບຮອງເອົາມະຕິດັ່ງກ່າວ ພ້ອມກັນເຊີດຊູບັນດານັກວັດທະນະທຳ ຫວຽດນາມ ໄດ້ເປັນການຮັບຮູ້ຂອງທົ່ວໂລກສຳລັບບັນດາອຸດົມການກ່ຽວກັບສັນຕິພາບ, ຄວາມສະເໝີພາບຍຸຕິທຳໃນສັງຄົມ, ການສຶກສາຕະຫຼອດຊີວິດ ເຊິ່ງ ຫວຽດນາມ ພ້ອມກັນແບ່ງປັນກັບໂລກ, ສອດຄ່ອງກັບບັນດາເປົ້າໝາຍລວມຂອງອົງການ ແລະ ບັນດາຈຸດຄວາມງາມໃຈຈິດໃຈ, ພຸມປັນຍາຂອງຊາວ ຫວຽດນາມ.

ເລກຸຍໂດນແມ່ນເຈົ້າອາມາດໃຫຍ່ຂອງສະໄໝເຈົ້າຊີວິດ ເລຈູງຮຶງ, ແມ່ນນັກວັດທະນະທຳ, ນັກກະວີ ແລະ ໄດ້ຮັບຂະໜານນາມວ່າ ແມ່ນນັກປາດໃຫຍ່ຂອງ ຫວຽດນາມ ໃນສະໄໝສັກດິນາ.

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ