UOB ຍົກລະດັບການຄາດຄະເນການເຕີບໂຕ GDP ຫວຽດນາມ ຂຶ້ນ 7,5% ໃນປີນີ້

(VOVWORLD) - ພື້ນຖານເສດຖະກິດຂອງ ຫວຽດນາມ ຍັງສະແດງໃຫ້ເຫັນຄວາມສາມາດຕ້ານທານ ແລະ ລັກສະນະຂະຫຍັນຂັນເຄື່ອນ.

        ອະທິບາຍໃຫ້ການຄາດຄະເນດັ່ງກ່າວ UOB, ແມ່ນໜຶ່ງໃນບັນດາທະນາຄານໃຫຍ່ສຸດຂອງ ສິງກະໂປ ຖືວ່າ ຫວຽດນາມ ມີພື້ນຖານບັນລຸລະດັບເຕີບໂຕດັ່ງກ່າວ ຍ້ອນລະດັບເຕີບໂຕ GDP ສູງກວ່າ 7,5% ໃນເຄິ່ງຕົ້ນປີ 2025, ບວກກັບຄວາມຫວັງໄດ້ຮັບການໜູນຊ່ວຍຈາກການລົງທຶນພາກລັດເພີ່ມຂຶ້ນໃນຊຸມເດືອນທ້າຍປີ.

        ໃນໄຕມາດທີ 2, GDP ຕົວຈິງຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຮງຄື 7,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ລື່ນກາຍການຄາດຄະເນຂອງບັນດາຫົວໜ່ວຍກ່ອນໜ້ານັ້ນ. ໄລ່ລວມ 6 ເດືອນຕົ້ນປີ, ການເຕີບໂຕບັນລຸ 7,52% ເມື່ອທຽບໃສ່ໄລຍະດຽວກັນ, ແມ່ນລະດັບສູງສຸດໃນໄລຍະເຄິ່ງຕົ້ນປີນັບແຕ່ປີ 2011. ຄວາມຂາດສະຖຽນລະພາບກ່ຽວກັບພາສີອາກອນໄດ້ຫຼຸດລົງໃນເຄິ່ງທ້າຍປີ 2025 ພາຍຫຼັງທີ່ ອາເມລິກາ ສ້າງສຳເລັດອັດຕາພາສີສະເພາະໃຫ້ແກ່ແຕ່ລະປະເທດກ່ອນກຳນົດເວລາສຸດທ້າຍວັນທີ 01 ສິງຫາ. ອັດຕາພາສີຈັດວາງສຳລັບ ຫວຽດນາມ ແມ່ນ 20%.

        ໂດຍບໍ່ຫົວຊາຕໍ່ບັນດາຄວາມສ່ຽງ ແລະ ຄວາມຂາດສະຖຽນລະພາບດ້ານພາສີອາກອນ, ຕາມບັນດານັກຊ່ຽວຊານ UOB ແລ້ວ ພື້ນຖານເສດຖະກິດຂອງ ຫວຽດນາມ ຍັງສະແດງໃຫ້ເຫັນຄວາມສາມາດຕ້ານທານ ແລະ ລັກສະນະຂະຫຍັນຂັນເຄື່ອນ. ການເຄື່ອນໄຫວສົ່ງອອກພິເສດເພີ່ມຂຶ້ນຢ່າງແຮງ, ເຖິງວ່າຈະຍັງຊ້ອນແຝງຄວາມສ່ຽງຖ້າຫາກຄວາມຕ້ອງການຂອງ ອາເມລິກາ ຫຼຸດລົງຍ້ອນຄວາມກົດດັນຂອງລາຄາທີ່ມາຈາກພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ