Vietnam Airlinesປະຕິບັດທົດລອງສາຍການບິນຜ່ານເຂດນ່ານຟ້າລາວແລະກຳປູເຈຍສຳເລັດຜົນ

Vietnam Airlinesປະຕິບັດທົດລອງສາຍການບິນຜ່ານເຂດນ່ານຟ້າລາວແລະກຳປູເຈຍສຳເລັດຜົນ - ảnh 1
ພາບປະກອບ

(vovworld) – ບໍລິສັດ​ການບິນ​ແຫ່ງ​ຊາດ ຫວຽດນາມ Vietnam Airlines ​ໃຫ້​ຮູ້​ວ່າ: ບໍລິສັດ​ນີ້​ໄດ້​ປະຕິບັດສຳ​ເລັດ​ການບິນ​ທົດ​ລອງ​ດ້ວຍ​ເຮືອບິນ 2 ປະ​ເພດ​ຄື: Boeing 777 ​ແລະ Airbus 321 ​ໃນສາຍ​ການບິນ​ໂດຍ​ກົງ​ເໜືອ - ​ໃຕ້​ຜ່ານ​ນ່ານຟ້າ ລາວ ​ແລະ ກຳປູ​ເຈຍ. ທັງ 2 ສາຍ​ການບິນ​ທົດ​ລອງ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ໃນຫ້ອງ​ນັກ​ບິນ SIM (ສົມ​ຕິ​ຖານ).

    Vietjet Air ຈະດຳ​ເນີນ​ການບິນ​ທົດ​ລອງ​​ໃນສາຍ​ການບິນ​​ໂດຍ​ກົງ​ເໜືອ - ​ໃຕ້​ນີ້​ໃນ​ຫ້ອງ​ນັກ​ບິນ​ທົດ​ລອງ​ຢູ່ ບາງ​ກອກ​ (ປະ​ເທດ​ໄທ) ​ໃນ​ຕອນ​ຄຳ່ວັນ​ທີ 2/9. ​ໃນ​ຂະນະ​ທີ່ ອົງການ​ຄຸ້ມ​ຄອງ​ມອບ​ໃຫ້ Vietnam Airlines ບິນ​ທົດ​ລອງ​ດ້ວຍ​ເຮືອບິນ 2 ປະ​ເພດ​ນັ້ນ​ແມ່ນ B777 ​ແລະ A321, Vietjet ຈະ​ບິນທົດ​ລອງ​ດ້ວຍ​ເຮືອບິນ​ຕົ້ນ​ຕໍ​ຂອງ​ບໍລິສັດ​ແມ່ນ A320.


ຂ່າວ/ບົດ​ອື່ນ