Vietnam Airlinesເປີດສາຍການບິນທີ10ເຖິງຍີ່ປຸ່ນ

Vietnam Airlinesເປີດສາຍການບິນທີ10ເຖິງຍີ່ປຸ່ນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 16/7, ບໍລິສັດ​ໃຫຍ່​ການບິນ ຫວຽດນາມ (Vietnam Airlines)  ​ໄດ້​ເປີດ​ສະໜອງ​ສາຍ​ການບິນ​ສາກົນ​​ເຖິງ​ນະຄອນຫຼວງ ​ໂຕ​ກຽວ​ຂອງ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການນັ້ນ​ແມ່ນ​ສາຍ​ການບິນດ່າ​ໜັ້ງ - ນາຣິຕະ ດ້ວຍ​ຖ້ຽວບິນ​ທຳ​ອິດມີໝາຍ​ເລກ VN318 . ນີ້​ກໍ່​ແມ່ນ​ສາຍ​ການບິ​ນທີ 10 ຈາກ ຫວຽດນາມ ​ເຖິງ​ຍີ່ປຸ່ນ​ຂອງ Vietnam Airlines, ພ້ອມ​ທັງ​ແມ່ນ​ສາຍ​ການບິນ​ທຳ​ອິດ​ຈາກ ດ່າ​ໜັ້ງ​ເຖິງ ນະຄອນຫຼວງ ​ໂຕ​ກຽວ ​ແລະ ​ແມ່ນ​ສາຍ​ການບິນ​ສາກົນ​ທີ 3 ຈາກ ດ່າ​ໜັ້ງ ​​ໄປ​ຍັງ​ປະ​ເທດ​ຕ່າງໆຂອງ Vietnam Airlines.​​.​. ທ່ານ ​ເຈີ່ນ​ຈີ໋​ເກື່ອງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ ດ່າ​ໜັ້ງ, ​ໃຫ້​ຮູ້​ວ່າ:

    “​ເລື່ອງ​​ເປີດສາຍ​ການບິນ​​ໃນ​ປະຈຸ​ບັນ​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຂອງ​ນະຄອນ ​ແລະ ບໍລິສັດ​ການບິນ Vietnam Airlines. ​ເລື່ອງ​ເປີດ​ສາຍ​ການບິນ​ນີ້​ສືບ​ຕໍ່​ຢັ້ງຢືນ​ວ່າ: ​ດ່າ​ໜັ້ງ ຍັງ​ແມ່ນ​ສະຖານ​ທີ່​ປອດ​ໄພ, ດູດດື່ມ ​ແລະ ສະໜິດສະໜົມ​ກັບ​ແຂກ​ທ່ອງ​ທ່ຽວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕະຫຼາດ ຍີ່ປຸ່ນ ຮຽກຮ້ອງ​ຕ້ອງການ​ຄຸນ​ນະພາ​ບສູງ​ສຸດ, ດັ່ງ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ ດ່າ​ໜັ້ງ ຕ້ອງ​ສືບ​ຕໍ່​ລົງທຶນ​ສ້າງ​ສຳ​ເລັດ​ພື້ນຖານ​ໂຄງ​ລ່າງ, ຍົກ​ລະດັບ, ຄຸນ​ນະພາ​ບການ​ບໍລິການ, ​ແຫຼ່ງຊັບພະຍາກອນ​​ເພື່ອ​ຮັບ​ໃຊ້​ຕະຫຼາດ​ເປັນ​ຢ່າງດີ.”


ຂ່າວ/ບົດ​ອື່ນ