V.I.Lenin - ນັກແນວຄິດທີ່ຍິ່ງໃຫຍ່, ຜູ້ນຳທີ່ປີ​ຊາ​ສາ​ມາດ ຂອງຊົນຊັ້ນກຳມະກອນ, ປະຊາຊົນ​ຜູ້ອອກແຮງງານ ແລະ ບັນດາຊົນຊາດທີ່ຖືກກົດຂີ່ ໃນທົ່ວໂລກ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 150 ປີ ແຫ່ງວັນຄ້າຍວັນເກີດຂອງ ຜູ້ນຳ Vladimir Ilich Lenin (ວັນທີ 22 ເມສາ 1870 – 22 ເມສາ 2020), ໜັງສືພິມຕ່າງໆຂອງ ຫວຽດນາມ ສະບັບອອກໃນວັນທີ 22 ເມສາ 2020 ມີບົດຂຽນຫຼາຍບົດ ກ່ຽວກັບການປະກອບສ່ວນຂອງທ່ານ Lenin ທີ່ມີຕໍໍ່ຊົນຊັ້ນກຳມະກອນ, ປະຊາຊົນ ຜູ້ອອກແຮງງານ ໃນທົ່ວໂລກ.
V.I.Lenin - ນັກແນວຄິດທີ່ຍິ່ງໃຫຍ່, ຜູ້ນຳທີ່ປີ​ຊາ​ສາ​ມາດ ຂອງຊົນຊັ້ນກຳມະກອນ, ປະຊາຊົນ​ຜູ້ອອກແຮງງານ ແລະ ບັນດາຊົນຊາດທີ່ຖືກກົດຂີ່ ໃນທົ່ວໂລກ - ảnh 1ທ່ານ  V.I.Lenin ຢູ່ສະໜາມແດງ (ພາບ: TTXVN)

ໃນບົດຂຽນຂອງໜັງສືພິມເຍິນເຢິນ ດ້ວຍຫົວຂໍ້“V.I.Lenin-ນັກແນວຄິດທີ່ຍິ່ງໃຫຍ່, ຜູ້ນຳທີ່ປີຊາສາມາດຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ບັນດາຊົນຊາດທີ່ຖືກກົດຂີ່ ໃນທົ່ວໂລກ” ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫວຽດນາມ ໄດ້ຢັ້ງຢືນວ່າ ໃນຕະຫຼອດຊີວິດການເຄື່ອນໄຫວປະຕິວັດ, V.I.Lenin ໄດ້ສ້າງ ຊັບສົມບັດທີ່ອຸດົມສົມບູນ ໄວ້ໃຫ້ແກ່ມວນມະນຸດ ນັ້ນແມ່ນມໍລະດົກອັນລ້ຳຄ່າ ກ່ຽວກັບແນວຄິດ ແລະ ທິດສະດີ, ແມ່ນແບບຢ່າງດ້ານຄຸນສົມບັດອັນສູງສົ່ງ, ແມ່ນແບບຢ່າງ ຂອງນັກຄອມມູນິດທີ່ແທ້ຈິງ, ສູ້ຊົນຕະຫຼອດຊີວິດໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍຊົນຊັ້ນ ແລະ ປົດປ່ອຍມະນຸດໃຫ້ຫຼຸດພົ້ນອອກຈາກໄພກົດຂີ, ຂ້າທາດ.

ຕອບກັບ

ຂ່າວ/ບົດ​ອື່ນ