VNNIC Internet Conference 2025: ບຸກທະລຸດ້ວຍ ອິນເຕີແນັດອຸດສາຫະກຳ

(VOVWORLD) -ດ້ວຍຫົວຂໍ້ “ສັງກາດບຸກທະລຸ ດ້ວຍອິນເຕີແນັດອຸດສາຫະກຳ”, ເຫດການໄດ້ດຶງດູດການເຂົ້າຮ່ວມຂອງກວ່າ 400 ການນຳ, ຜູ້ຊ່ຽວຊານແຖວຫນ້າ ດ້ານອິນເຕີແນັດຢູ່ ພາຍໃນປະເທດ ແລະ ສາກົນ. 
VNNIC Internet Conference 2025: ບຸກທະລຸດ້ວຍ ອິນເຕີແນັດອຸດສາຫະກຳ - ảnh 1
VNNIC Internet Conference 2025: ບຸກທະລຸດ້ວຍ ອິນເຕີແນັດອຸດສາຫະກຳ.  (ພາບ mst.gov.vn)

ຫລາຍເຫດການດ້ານເຕັກນິກ, ເຕັກໂນໂລຊີປະຈຳປີ, ລົງເລິກກ່ຽວກັບ ອິນເຕີແນັດ, ຊັບພະຍາກອນອິນເຕີແນັດ, ພື້ນຖານໂຄງລ່າງ ອິນເຕີແນັດ ແລະບັນດາເຕັກໂນໂລຊີ, ມາດຖານເຕັກນິກໃຫມ່ (VNNIC Internet Conference  2025) ໂດຍແມ່ນກະຊວງວິທະຍາສາດ ແລະເຕັກໂນໂລຊີ ຈັດຕັ້ງແຕ່ວັນທີ 22 – 25ກໍລະກົດຢູ່ ຮ່າໂນ້ຍ.

ດ້ວຍຫົວຂໍ້ “ສັງກາດບຸກທະລຸ ດ້ວຍອິນເຕີແນັດອຸດສາຫະກຳ”, ເຫດການໄດ້ດຶງດູດການເຂົ້າຮ່ວມຂອງກວ່າ 400 ການນຳ, ຜູ້ຊ່ຽວຊານແຖວຫນ້າ ດ້ານອິນເຕີແນັດຢູ່ ພາຍໃນປະເທດ ແລະ ສາກົນ. VNNIC Internet Conference 2025 ແມ່ນເວທີປາໄສປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນໃນການຕິດຕາມກວດກາ, ວັດແທກ, ຂຸດຄົ້ນຂໍ້ມູນ ອິນເຕີແນັດ, ການສ້າງ, ພັດທະນາພື້ນຖານໂຄງລ່າງ ອິນເຕີແນັດ, ພື້ນຖານໂຄງລ່າງດິຈີຕອນ ແລະຊຸກຍູ້ການຫັນເປັນດິຈີຕອນແຫ່ງຊາດ.

ເນື້ອໃນພົ້ນເດັ່ນກ່ຽວກັບ ອິນເຕີແນັດອຸດສາຫະກຳ ໂດຍໄດ້ສະແດງໃຫ້ເຫັນຢູ່ວາລະປະຊຸມຄົບຄະນະ “ວິໄສທັດ ແລະ ຍຸດທະສາດ ອິນເຕີແນັດອຸດສາຫະກຳ - ພື້ນຖານໂຄງລ່າງຫລັກຂອງພື້ນຖານການຜະລິດທີ່ທັນສະໄຫມ” ຊື່ງຈະດຳເນີນໃນວັນທີ 25 ກໍລະກົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ