VOV ຈະສົ່ງສັນຍານໂທລະພາບດີຈີຕອນໜ້າດິນຢ່າງເປັນທາງການ

VOV ຈະສົ່ງສັນຍານໂທລະພາບດີຈີຕອນໜ້າດິນຢ່າງເປັນທາງການ - ảnh 1
ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV

(vovworld) - ຕອນ​ບ່າຍ​ວັນ​ທີ 24/12, ວິທະຍຸ​ກະຈາຍສຽງ ຫວຽດນາມ (vov) ​ໄດ້​ຈັດ​ພິທີ​ປະກາດ ສະຖານີ​ໂທລະພາບ​ເຕັກນິກ​ດີ​ຈີ​ຕອນ VTC (ສັງກັດ vov) ສົ່ງສັນຍານ​ໂທລະພາບ​ດີ​ຈີ​ຕອນໜ້າດິນ​ຢ່າງ​ເປັນ​ທາງ​ການ ຕາມ​ເຕັກ​ໂນ​ໂລ​ຢີ DVB-T2 ຢູ່ ຟູ໋ກວົກ. ນີ້​ແມ່ນ​ສະຖານີ​ສົ່ງ​ສັນຍານ ທີ 7 ຂອງ VTC ທີ່​ນຳ​ໃຊ້ ເຕັກ​ໂນ​ໂລ​ຢີ DVB-T2 ກ້າວໜ້າ, ຖັດຈາກ ຮ່າ​ໂນ້ຍ, ຫາຍ​ຝ່ອງ, ດ່າ​ນັ້ງ, ນະຄອນ ​ໂຮ່ຈີ​ມິນ, ​ເກິ່ນ​ເທີ ​ແລະ ​ເຊີນ​ລາ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV, ​ໃຫ້​ຮູ້​ວ່າ: ພາຍຫຼັງ​ສະຖານີ​ສົ່ງ​ສັນຍາ FM ​ເປີດ​ສະຫຼອງ​ຢູ່​ເມືອງ ​ເກາະ​ຟູ໋ກວົກ, ການ​ນຳ VOV ​ໄດ້​ຊີ້​ນຳ​ໃຫ້ VTC ຮີບ​ເຮັ່ງ​ຕິດ​ຕັ້ງ​ເຄື່ອງ​ສົ່ງ​ສັນຍາ​ໂທລະພາບ​ເຕັກນິກ​ດີ​ຈີ​ຕອນ​ຕາມ​ມາດຕະຖານ DVB-T2. ທ່ານ ຫງວຽນ​ເທ໋ກີ ​ເນັ້ນ​ໜັກ​ວ່າ:

“ສະຖານີ DVB-T2  ຢູ່ ຟູ໋ກວົກຮັບປະ​ກັນ​ສົ່ງ​ສັນຍາ​ໄປ​ທົ່ວ​ເມືອງ​ເກາະ​ທ່ອງ​ທ່ຽວ ​ແລະ ​ເຂດ​ອ້ອມ​ຂ້າງ, ຊ່ວຍ​ໃຫ້​ປະຊາຊົນ​ສາມາດ​ຕິດຕາມ​ບັນດາ​ຊ່ອງ​ໂທລະພາບ​ VTC ທີ່​ມີ​ຄຸນ​ນະພາ​ບສູງໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ​ເຫດການ​ນີ້​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ສຳຄັນ, ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ສຳ​ຜັດ​ຂໍ້​ມູນ​ຂ່າວ​ໂຄສະນາ​ທີ່​ຈຳ​ເປັນ​ຂອງ​ພັກ, ລັດ ສຳລັບ​ປະຊາຊົນ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ​ເຂດ​ຊາຍ​ແດນ, ໝູ່ເກາະ“.

ຕາມ​ແຜນການ​ແລ້ວ, ​ແຕ່​ປີ 2017, VTC ຈະ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ສະຖານີ​ສົ່ງ​ສັນຍາ DVB-T2, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສົ່ງ​ສັນຍາ DVB-T2 ​ໄປ​ທົ່ວ​ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ