VOV ຍາດໄດ້ 9 ລາງວັນສື່ມວນຊົນ ເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດຄັ້ງທີ 11

VOV ຍາດໄດ້ 9 ລາງວັນສື່ມວນຊົນ ເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດຄັ້ງທີ 11 - ảnh 1
(ຈັດ​ພິທີ​ລະ​ຫຼຸບ ​ແລະ ມອບ​ລາງວັນ​ສື່​ມວນ​ຊົນ
ເພື່ອ​ພາລະກິດ​ມະຫາ​ສະມາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຄັ້ງ​ທີ 11)


(vovworld) – ​​ຕອນ​ເຊົ້າ​ວັນ​ທີ 10/09, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ພິທີ​ລະ​ຫຼຸບ ​ແລະ ມອບ​ລາງວັນ​ສື່​ມວນ​ຊົນເພື່ອ​ພາລະກິດ​ມະຫາ​ສະມາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຄັ້ງ​ທີ 11 ປີ 2013 – 2014. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ 97 ລາງວັນ​ໃຫ້​ບັນດາ​ບົດປະພັນ​ດີ​ເດັ່ນ​ຂຶ້ນ​ກັບ​ຮູບ​ແບບ​ໜັງສືພິມ, ກະ​ຈາ​ຍສຽງ, ​ໂທລະພາບ, ສື່​ເອ​ເລກ​ໂຕ​ນິກ ​ແລະ ພາບ​​ໜັງ​ສື​ພິມ. ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV) ​ແມ່ນ​ອົງການ​ສື່​ມວນ​ຊົນທີ່​ມີຫຼາຍ​​ບົດ​ປະພັນຍາດ​ໄດ້​ລາງວັນທີ​ໜຶ່ງ​ກວ່າ​ໝູ່​, ດ້ວຍ 9 ບົດ​ປະພັນ, ​ໃນ​ນັ້ນ​ມີ​ລາງວັນ A 1 ລາງວັນ​ໃຫ້​ບົດ​ສະລະ​ຄະດີ “​ແກ້​ໄຂ​ສະພາບ​ຊາວກະສິກອນ​ປະລະ​ທົ່ງ​ນາ”, ຂອງ​ກຸ່ມ​ນັກ​ຂ່າວ ດັ້ງ​ທິ​ແຄງ, ຫວູທິ​ແຮ້ງ, ​ເຈີ​ນຊວນ​ເທີນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາ​ດຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ພາຍຫຼັງ 11 ປີ​ທີ່ຈັດລາງວັນ​ສື່ມວນ​ຊົນ ​ເພື່ອ​ພາລະກິດມະຫາ​ສະມາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​​ນັ້ນ, ​ລາງວັນ​ຄັ້ງ​ທີ 11 ປີ 2013 – 2014 ດ້ວຍ​ບົດ​ປະພັນ​ເຂົ້າ​ຮ່ວມ​ການ​ເສັງ​ກວ່າ 1.100 ບ​ົດ ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ສ່ື​ມວນ​ຊົນ​ກັບ​ພາລະ​ຫິດ​ມະຫາສາມັກຄີ; ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ນັກ​ຂ່າວ ພ້ອມ​ກັບ​ພັກ, ລັດ ສ້າງ​ກຸ່ມ​ກ້ອນມະຫາສາມັກຄີທົ່ງ​ປວງ​ຊົນ​ທັງ​ຊາດ.

        “ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ນັກ​ຂ່າວ ​ເຮັດ​ໃຫ້​ປະຊາຊົນ​ແຕ່​ລະ​ຄົນ​ຢູ່​ທຸກ​ແທບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ຮູ້ຈັກເຖິງ​ກຳລັງ​ແຮງ​ພິ​ເສດ. ນັ້ນ​ແມ່ນ​ດ້ວຍ​ແຫຼ່ງກຳລັງຄື​ແນວ​ນັ້ນ ​ແຕ່​ເມື່ອ​ມີ​ຄວາມສາມັກຄີ​ນຳກັນ, ມຸ່ງ​ໄປ​ເຖິງ​ຈຸດໝາຍດຽວ, ມີ​ການ​ກະທຳໃນ​ຈຸດ​ເວລາ​ດຽວ​, ຕາມຄວາມ​ສາມາດ​ຂອງ​ແຕ່ລະຄົນ, ພວກ​ເຮົາ​ສາມາດສ້າງ​​ເປັນກຳລັງ​ແຮງ​​ເພື່ອຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃໝ່. ບົດຮຽນ​ນັ້ນ​ຕ້ອງ​ໄດ້​ຮັບ​ການທົບ​ທວນຄືນ, ຜ່ານ​ການ​ໂຄສະນາ, ຜ່ານ​ການ​ສ່ອງ​ແສງ​ພຶດຕິ​ກຳຕົວ​ຈິ່ງ ​ແລະ ​ໄດ້​ຮັບ​ການ​ທະວີ​ຄູນດ້ວຍ​ພາຫະນະສື່​ມວນ​ຊົນ”.

ຂ່າວ/ບົດ​ອື່ນ