VOV ຍູ້​ແຮງ​ການ​ການ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ຕອນເຊົ້າ 19 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດພິທີປຸກລະດົມການຕອບສະໜອງຫັນເປັນດີຈີຕອນໃນ VOV ແລະ ແຜນໂຄສະນາເຜີຍແຜ່ວັນຫັນເປັນດີຈີຕອນແຫ່ງຊາດ (ວັນທີ 10 ຕຸລາ) ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ.
VOV ຍູ້​ແຮງ​ການ​ການ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ພິທີປຸກລະດົມການຕອບສະໜອງຫັນເປັນດີຈີຕອນໃນ VOV

ວັນຫັນເປັນດີຈີຕອນແຫ່ງຊາດປີ 2022 (10 ຕຸລາ) ມີຫົວຂໍ້ “ຫັນເປັນດີຈີຕອນ ຊ່ວຍແກ້ໄຂບັນດາບັນຫາຂອງສັງຄົມ ເພື່ອຊີວິດທີ່ສວຍງາມກວ່າສຳລັບປະຊາຊົນ”. ຕາມແຜນການແລ້ວ, ຫົວໜ່ວຍຕ່າງໆຂອງ VOV ຈະເພີ່ມທະວີການໃຫ້ຂ່າວ, ບົດຄວາມ, ສາລະຄະດີ, ການໂອ້ລົມສົນທະນາກ່ອນ, ໃນ ແລະ ຫຼັງວັນຫັນເປັນດີຈີຕອນແຫ່ງຊາດ.

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ເນັ້ນໜັກວ່າ:

        “ການຫັນເປັນດີຈີຕອນ ແມ່ນວິວັດທະນາການແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານບັນດາອົງການຈັດຕັ້ງ. ດ້ວຍຖານະບົດບາດເປັນອົງການສື່ມວນຊົນຫຼັກແຫຼ່ງຂອງ ຫວຽດນາມ ຕ້ອງໂຄສະນາເຜີຍແຜ່ໃນລະບົບກະຈາຍສຽງ ກ່ຽວກັບແຜນນະໂຍບາຍຕົກລົງຫັນເປັນດີຈີຕອນໃນທຸກຂັ້ນ, ທຸກຂະແໜງການ, ທຸກຂົງເຂດໃນທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ