VOV ຮັບຕົ້ນຊາກຸຣະ 100 ຕົ້ນໂດຍໂຮງຮຽນ Kairinjuku ມອບໃຫ້

(VOVWORLD) -ຕອນເຊົ້າວັນທີ 27 ມີນາ, ຢູ່ເຮືອນເລກທີ 58 ຖະໜົນກວານຊື, ນະຄອນຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ (VOV) ດຳເນີນພິທີມອບຮັບ ແລະ ປູກຕົ້ນຊາກຸຣະ ໂດຍໂຮງຮຽນພາສາຍີ່ປຸ່ນ Kairinjuku, ປະເທດຍີ່ປຸ່ນ ມອບໃຫ້.
VOV ຮັບຕົ້ນຊາກຸຣະ 100 ຕົ້ນໂດຍໂຮງຮຽນ Kairinjuku ມອບໃຫ້ - ảnh 1(ພິທີມອບຮັບ ແລະ ປູກຕົ້ນຊາກຸຣະ ໂດຍໂຮງຮຽນພາສາຍີ່ປຸ່ນ Kairinjuku, ປະເທດຍີ່ປຸ່ນ ມອບໃຫ້)

ເຂົ້າຮ່ວມພິທີມີທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ; ອະທິການບໍດີໂຮງຮຽນພາສາຍີ່ປຸ່ນ Kairinjuku, ທ່ານ Takao Toshihiko.

        ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ໄດ້ຕີລາຄາສູງຄຸນນະພາບການສຶກສາຂອງຍີ່ປຸ່ນ ແລະ ໃຫ້ຮູ້ວ່າ, ປະຈຸບັນ, ມີນັກຮຽນ, ນັກສຶກສາຫວຽດນາມ ຫຼາຍຄົນເລືອກເຟັ້ນຍີ່ປຸ່ນ ແມ່ນປະເທດສຶກສາໜ້າໄວ້ເນື້ອເຊື່ອໃຈເພື່ອຮໍ່າຮຽນ. ກ່ຽວກັບຂົງເຂດສື່ມວນຊົນ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ຖືວ່າ, ບັນດາຜູ້ເຮັດໜັງສືພິມຂອງຍີ່ປຸ່ນ ແລະ ຫວຽດນາມ ໄດ້ມີຄວາມສະໜິດຕິດພັນໃນຫຼາຍປີຜ່ານມາ; ພ້ອມທັງຂອບໃຈໂຮງຮຽນ Kairinjuku ໄດ້ມອບຕົ້ນຊາກຸຣະໃຫ້ VOV.

        “ສຳລັບປະຊາຊົນຫວຽດນາມ, ພວກຂ້າພະເຈົ້າໄດ້ເຂົ້າໃຈວ່າ ດອກຊາກຸຣະຄືດັ່ງສັນຍາລັກຂອງຈິດໃຈ, ຂອງລະດູບານໃໝ່ ແລະ ກຳລັງຊີວິດຂອງຊາວຍີ່ປຸ່ນ. ດ້ວຍເລື່ອງມອບຮັບຂອງຂວັນຕົ້ນຊາກຸຣະແມ່ນລ້ຳຄ່າທີ່ສຸດ, VOV ດ້ວຍບົດບາດເປັນອົງການສືມວນຊົນ, ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງການພົວພັນຮ່ວມມືມິດຕະພາບ, ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ພວກຂ້າພະເຈົ້າຫວັງວ່າ, ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ… ຈະນັບມື້ນັບພັດທະນາ”.

        ສ່ວນອະທິການບໍດີໂຮງຮຽນພາສາຍີ່ປຸ່ນ Kairinjuku, ທ່ານ Takao Toshihiko ໃຫ້ຮູ້ວ່າ, ເລື່ອງໂຮງຮຽນມອບຕົ້ນໄມ້ຊາກຸຣະ ໃຫ້ VOV ໃນຄັ້ງນີ້ແມ່ນການເຄື່ອນໄຫວເພື່ອອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຍີ່ປຸ່ນ ພ້ອມທັງມຸ່ງໄປເຖິງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2018).

VOV ຮັບຕົ້ນຊາກຸຣະ 100 ຕົ້ນໂດຍໂຮງຮຽນ Kairinjuku ມອບໃຫ້ - ảnh 2 (VOV ຈະປູກຈຳນວນຕົ້ນຊາກຸຣະດັ່ງກ່າວຢູ່ໃນບໍລິເວນເຮືອນເລກທີ 58 ຖະໜົນກວານຊື, ນະຄອນຮ່າໂນ້ຍ)

        VOV ຈະປູກຈຳນວນຕົ້ນຊາກຸຣະດັ່ງກ່າວຢູ່ໃນບໍລິເວນເຮືອນເລກທີ 58 ຖະໜົນກວານຊື, ນະຄອນຮ່າໂນ້ຍ ແລະ ບາງຫົວໜ່ວຍຂຶ້ນກັບ VOV. ນອກນັ້ນ, VOV ຈະມອບຕົ້ນໄມ້ຊາກຸຣະ 40 ຕົ້ນໃຫ້ແຂວງຮືງອຽນ ດ້ວຍຄວາມປາດຖະໜາຢາກແບ່ງປັນຕົ້ນໄມ້ເປັນສັນຍາລັກຂອງຍີ່ປຸ່ນ ໃຫ້ແຂວງຮືງອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ