VOV ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ແລ່ນ OneWay Marathon ຫວຸ້ງ​ເຕົາ 2023

(VOVWORLD) - ງານແຂ່ງຂັນຈະດຶງດູດເອົານັກກິລາອາຊີບ, ຜູ້ ມັກກິລາ, ການແລ່ນ marathon ຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 5000 ຄົນ
VOV ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ແລ່ນ OneWay Marathon ຫວຸ້ງ​ເຕົາ 2023 - ảnh 1

 (ພາບ: Tỷ Huỳnh/VOV)

  ຕອນຄ່ຳວັນທີ 17 ກຸມພາ, ຄະນະຈັດຕັ້ງງານແຂ່ງຂັນແລ່ນ OneWay Marathon ຫວຸ້ງເຕົາ 2023 ໄດ້ຈັດການພົບປະກັບຜູ້ຕາງໜ້າບັນດາສະໂມສອນແລ່ນ ແລະ ແນະນຳເນື້ອໃນຂອງງານແຂ່ງຂັນຢູ່ນະຄອນ ຫວຸ້ງເຕົາ (ແຂວງບາເຣັ້ຍ-ຫວຸ້ງເຕົາ) ປີ 2023.

   ງານແຂ່ງຂັນແລ່ນ OneWay Marathon ຫວຸ້ງເຕົາ 2023 ໂດຍສະມາຄົມນັກຂ່າວ ຫວຽດນາມ, ຄະນະກຳມະການ ປຊຊ ແຂວງບາເຣັ້ຍ-ຫວຸ້ງເຕົາ, ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ວາລະສານເອເລັກໂຕນິກນັກທຸລະກິດໜຸ່ມເປັນປະທານ ຈະຈັດຂຶ້ນໃນວັນທີ 23 ເມສາຢູ່ນະຄອນ ຫວຸ້ງເຕົາ.

   ຄາດວ່າ ງານແຂ່ງຂັນດັ່ງກ່າວຈະດຶງດູດເອົານັກກິລາອາຊີບ, ຜູ້ ມັກກິລາ, ການແລ່ນ marathon ຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 5000 ຄົນ ຊື່ງຈະແຂ່ງຂັນແລ່ນຢູ່ໃນໄລຍະທາງ 5 km, 10 km, 21 km ແລະ

42 km.

ຕອບກັບ

ຂ່າວ/ບົດ​ອື່ນ