VOV ເປັນສະມາຊິກຕັ້ງໜ້າຂອງສະຫະສະມາຄົມວິທະຍຸກະຈາຍສຽງ ອາຊີ - ປາຊີຟິກ

VOV ເປັນສະມາຊິກຕັ້ງໜ້າຂອງສະຫະສະມາຄົມວິທະຍຸກະຈາຍສຽງ ອາຊີ - ປາຊີຟິກ - ảnh 1
ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ຫງວຽນ​ດັງ​ຕ໋ຽນ​ ​ແລະ ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ສີພາ ນົງ​ລາດ

(vovworld) – ຕອນ​ບ່າຍ​ວັນ​ທີ 31/7, ຢູ່​ສຳນັກງານ​ວິທະຍຸ​ກະຈາຍສຽງ ຫວຽດນາມ, 58 ຖະໜົນ​ກວານ​ຊື໋, ຮ່າ​ໂນ້ຍ, ​​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ຫງວຽນ​ດັງ​ຕ໋ຽນ ​ໄດ້​​ໃຫ້​ການ​ຕ້ອນຮັບ​ທ່ານ Javad Mottaghi, ​ເລຂາທິການ​​ໃຫຍ່​ສະຫະ​ສະມາຄົມ​​ວິທະຍຸກະຈາຍສຽງ ອາຊີ - ປາຊີ​ຟີ​ກ (ABU), ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013. ທ່ານ​​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ​ເນັ້ນ​ໜັກ​ວ່າ: ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ເຮັດ​ວຽກ​ງານ​ກະຈາຍສຽງ ​ແລະ ບັນດາ​ອົງການ​ສື່ສານ​ຂອງ ຫວຽດນາມ ​ໄດ້​ສຳ​ພັດ​ກັບ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍ​ດ, ​ແທດ​ຈິງ​ເພື່ອ​ນຳ​ໃຊ້​​ໃຫ້​ແກ່​ການ​ພັດ​ທະນາ​ໃນ​ອະນາຄົດ​ຂອງ​ຂະ​ແໜງ​ກະຈາຍສຽງ ຫວຽດນາມ​. ທ່ານ ຫງວຽນ​ດັງ​ຕ໋ຽນ ​ເວົ້າ​ວ່າ:

    “ທຸກໆ​ຄຳ​ເຫັນ, ບົດ​ທາ​ບທາມ​ຄວາມ​ເຫັນ​ຂອງ​ບັນດາ​ຊ່ຽວຊານ, ນັກ​ປາຖະກະຖາ ຈະ​ໄດ້​ລວບ​ລວມ ​ແລະ ພິມ​ເປັນ​ເອກະສານ​ເພື່ອ​ໃຫ້​ບັນນາທິການ, ນັກ​ຂ່າວ​ແລກປ່ຽນ ​ແລະ ຍົກ​ອອກ​​ບັນດາ​ບົດຮຽນ​ທີ່ດີ​ກ່ວາ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວິຊາສະ​ເພາະ​ຂອງ​ຕົນ. ພວກຂ້າພະ​ເຈົ້າ​ແມ່ນສະມາຊິກຢ່າງ​ເປັນ​ທາງ​ການ​ຂອງ ABU ​ແລະ ​ແນ່ນອນ​ວ່າ ພວກ​ຂ້າພະ​ເຈົ້າຈະ​ພະຍາຍາມ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ຊາຍ​ຄາ​ລວມ ABU”

    ​ໂດຍ​ຕາງ​ໜ້າ​ໃຫ້ສະຫະ​ສະມາຄົມ​​ວິທະຍຸກະຈາຍສຽງ ອາຊີ - ປາຊີ​ຟີ​ກ, ທ່ານເລຂາທິການ​​ໃຫຍ່ Javad Mottaghi ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ VOV ​ໃນ​ການຈັດ​ຕັ້ງກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013.

    “VOV ສວມ​ບົດບາດ​ສຳຄັນ​ທີ່​ສຸດ​​ໃນ​ຜົນສຳ​ເລັດ​ຂອງ ABU. ABU ​ແມ່ນ​ຄອບຄົວ​ໃຫຍ່. ຍິ່ງ​ເຮັດ​ວຽກ, ​ແລກປ່ຽນນຳກັນ, ພວກ​ເຮົາ​ຍິ່ງ​ເຂົ້າ​ໃຈ​ກັນ​ກ່ວາ ​ແລະ ໝາກຜົນ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ລວມຈະ​ນັບ​ມື້​ນັບ​ດີ​ກ່ວາ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ດ້ວຍຜົ​ນງານ​ທີ່​ໄດ້​ຮັບ​ໃນປະຈຸ​ບັນ”

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ​​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ຫງວຽນ​ດັງ​ຕ໋ຽນ​ ​ໄດ້​ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ສີພາ ນົງ​ລາດ. ທີ່​ການ​ຕ້ອນຮັບ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ຫວັງ​ວ່າ: ການ​ພົວພັນ​ລະຫວ່າງ​ວິທະຍຸ​ກະຈາຍສຽງ 2 ​ປະ​ເທດຈະ​ພັດທະນາ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ, ​ຮັບ​ເອົາ​ຜົນງານ​ໄດ້​ຫຼາຍ​, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ