VOV ແລະ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ມື​ໂຄ​ສະ​ນາ

(VOVWORLD) - ວັນທີ 24 ກໍລະກົດ, ທີ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມີການເຮັດວຽກລະຫວ່າງການນຳວິທະຍຸກະຈາຍສຽງຫວຽດນາມ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ.
 VOV ແລະ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ມື​ໂຄ​ສະ​ນາ - ảnh 1

    ແລກປ່ຽນທີ່ການເຮັດວຽກ, ທ່ານຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ຫງວຽນເທກີ ຢືນຢັນວ່າ:

   ນອກຈາກລາຍການໂຄສະນາ, ພວກຂ້າພະເຈົ້າຍັງມີການຮ່ວມມືກັບວິທະຍຸກະຈາຍສຽງ 20 ກ່ວາແຫ່ງຢູ່ບາງປະເທດ. ຂ້າພະເຈົ້າມີຄວາມສົນໃຈຕໍ່ບັນດາບັນຫາວັດທະນະທຳ ແລະ ພາສາ ຫຼາຍທີ່ສຸດ, ພິເສດແມ່ນການສອນພາສາຫວຽດໃຫ້ແກ່ລຸ້ນທີ່ 2 ທີ 3 ຢູ່ຕ່າງປະເທດ. ຖ້າລຸ້ນຫຼັງເວົ້າພາສາຫວຽດບໍ່ໄດ້, ແນ່ນອນວ່າວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຂອງພວກເຮົາຈະປະສົບຄວາມຫຍຸ້ງຍາກຫຼາຍກ່ວາ.

  ສ່ວນທ່ານດັ້ງມິນຄອຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ປະທານ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ເນັ້ນໜັກວ່າ:

   ພວກຂ້າພະເຈົ້າປາດຖະໜາວ່າ ເຮັດແນວໃດເພື່ອເພີ່ມທະວີການຮ່ວມມືລະຫວ່າງກະຊວງ ການຕ່າງປະເທດຫວຽດນາມ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ກັບບັນດາອົງການສື່ມວນຊົນ, ພິເສດແມ່ນກັບ VOV ເພື່ອຍູ້ແຮງວຽກງານໂຄສະນາໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

   ທີ່ການເຮັດວຽກ, ສອງຝ່າຍກໍ່ໄດ້ແລກປ່ຽນບັນດາເນື້ອໃນສົມທົບກັນລະອຽດໃນໄລຍະຈະມາເຖິງຄື: ສືບຕໍ່ຮ່ວມມືໂຄສະນາ, ຈັດຕັ້ງການໄປປະຕິບັດງານ ເພື່ອໃຫ້ນັກຂ່າວສາມາດສຳຜັດ ແລະ ສ່ອງແສງເຖິງຊີວິດການເປັນຢູ່ທຸກດ້ານຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ບົດບາດຂອງອົງການຜູ້ຕາງໜ້າ VOV ຢູ່ຕ່າງປະເທດໃນແຜນຮ່າງກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ ແລະ ວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ