VOVເປີດສຳນັກງານຜູ້ຕາງໜ້າປະຈຳຢູ່ສ.ເຊັກໂກ

VOVເປີດສຳນັກງານຜູ້ຕາງໜ້າປະຈຳຢູ່ສ.ເຊັກໂກ - ảnh 1
ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽ​ນ ແລະ ທ່ານ​ເອກ​ອັກ​
ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ. ເຊັກ​ໂກ ເຈືອງ​ແມ້ງ​ເຊີນ

(vovworld) –  ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ໄດ້​ເປີດ​​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ປະ​ຈຳ​ນະ​ຄອນຫຼວງ Praha ຂອງ ສ. ເຊັກ​ໂກ ໃນ​ວັນ​ທີ 14/7. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽ​ນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າທີ່ 10 ຂອງ VOV ຢູ່​ຕ່າງ​ປະ​ເທດ. ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ, ໃຫ້​ຮູ້​ວ່າ:    

        “ເມື່ອ​ສ້າງ​ຕັ້ງ​​ສຳ​ນັກ​ງານ​ຜູ​້​ຕາງ​ໜ້າ​ຂອງ VOV ປະ​ຈຳ ສ. ເຊັກ​ໂກ ແມ່ນ​ເລີ່ມ​ມາ​ຈາກ​ສະ​ພາບ​ຕົວ​ຈິງວ່ານີ້​ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່ ເອີ​ລົບ​ກາງ ແລະ ແມ່ນ​ປະ​ເທດ​ມີ​ຊາວ ຫວຽດ​ນາມ​ກ່​ວາ 65.000 ຄົນ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ, ພິ​ເສດ​ແມ່ນ​ເມື່ອ​ລັດ​ຖະ​ບານ ສ. ເຊັກ​ໂກ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ ຮັບ​ຮູ້​ແມ່​ນ​ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ​ທີ 14. ຄຽງ​ຄູ່​ກັນ​ນັ້ນ, ສ. ເຊັກ​ໂກ ມີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ ຫວຽດ​ນາມ ແລະ ປະ​ຈຸ​ບັນ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ເປີດ​ກ້​ວາງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ​ກັບ ຫວຽດ​ນາມ.”

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ. ເຊັກ​ໂກ ເຈືອງ​ແມ້ງ​ເຊີນ ເນັ້ນ​ໜັກ​ວ່າ: ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ສ. ເຊັກ​ໂກ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ຊ່ວຍ​ໃຫ້​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ ແລະ ບັນ​ດາ​ນັກ​ຂ່າວ​ຂອງ VOV ປະ​ຕິ​ບັດ​ໜ້າ​ທີ່​ສຳ​ເລັດ​ຜົນ.

                                                     


ຂ່າວ/ບົດ​ອື່ນ