WB ຕີລາຄາສູງຄວາມເຂັ້ມແຂງຂອງພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ

(VOVWORLD) -ຕາມ WB ແລ້ວ, ລະດັບເຕີບໂຕດັດຊະນີຜະລິດອຸດສາຫະກຳຂອງ ຫວຽດນາມ ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ສະແດງໃຫ້ເຫັນການປັບປຸງໃນຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ.

ເຖິງວ່າ ຫວຽດນາມ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໃນບົດອັບເດດເສດຖະກິດມະຫາພາກ ຫວຽດນາມ ເດືອນ ມີນາ 2022, ເຊິ່ງປະກາດໃນວັນທີ 11 ມີນາ, ທະນາຄານໂລກ (WB) ຍັງຕີລາຄາສູງຕໍ່ຄວາມເຂັ້ມແຂງຂອງພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ ເມື່ອການເຄື່ອນໄຫວຜະລິດ, ດຳເນີນທຸລະກິດສືບຕໍ່ມີການຟື້ນຟູຢ່າງແຮງ.

        ຕາມ WB ແລ້ວ, ລະດັບເຕີບໂຕດັດຊະນີຜະລິດອຸດສາຫະກຳຂອງ ຫວຽດນາມ ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ສະແດງໃຫ້ເຫັນການປັບປຸງໃນຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ. ຍອດລາຍຮັບຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການໃຊ້ສອຍໃນເດືອນ ກຸມພາ ຄາດວ່າ ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ສູງກວ່າລະດັບເຕີບໂຕໃນເດືອນ ມັງກອນ. ລາຍຮັບຈາກການບໍລິການບໍລິໂພກສືບຕໍ່ຟື້ນຟູ, ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ຍ້ອນລາຍຮັບທີ່ໄດ້ມາຈາກການບໍລິການທີ່ພັກ ແລະ ກິນດື່ມມີການເຕີບໂຕຢ່າງແຮງ.

        ກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດ FDI, ຫວຽດນາມ ດຶງດູດ ທຶນ FDI ຈົດທະບຽນໃນເດືອນ ກຸມພາ ໄດ້ 2,9 ຕື້ USD ແລະ ການປ່ອຍທຶນຂອງບັນດາໂຄງການ FDI ໄດ້ອະນຸມັດຜ່ານໃນເດືອນ ກຸມພາ ເພີ່ມຂຶ້ນ 7,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ