WB ຕີ​ລາ​ຄາ​ເສດ​ຖະ​ກິດ​ຫວຽດ​ນາມວ່າ ​ຍັງ​ຮັກ​ສາ​ໄດ້​ທ່າ​ຟື້ນ​ຟູ

(VOVWORLD) -ຕາມບົດລາຍງານ “ອັດເດດກ່ຽວກັບເສດຖະກິດມະຫາພາກ ຫວຽດນາມ” ປະຈຳເດືອນມີນາປີ 2022, ທະນາຄານໂລກ (WB) ໄດ້ຕີລາຄາວ່າ ເສດຖະກິດ ຫວຽດນາມຍັງຮັກສາໄດ້ທ່າຟື້ນຟູ.

WB ຕີ​ລາ​ຄາ​ເສດ​ຖະ​ກິດ​ຫວຽດ​ນາມວ່າ ​ຍັງ​ຮັກ​ສາ​ໄດ້​ທ່າ​ຟື້ນ​ຟູ - ảnh 1ພາບປະກອບ: TTXVN

ຕາມ WB ແລ້ວ, ຂໍ້ມູນທີ່ມີຢູ່ໃນປັດຈຸບັນ ສະແດງໃຫ້ເຫັນວ່າ ການເຄື່ອນໄຫວດ້ານເສດຖະກິດຢູ່ພາຍໃນປະເທດສືບຕໍ່ຟື້ນຟູ, ໃນນັ້ນ ການຜະລິດອຸດສາຫະກຳເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ການບໍລິການໃຊ້ສອຍເພີ່ມຂຶ້ນ 3,1% ໃນໄລຍະດຽວກັນ, ເຖິງວ່າ, ຫວ່າງມໍ່ໆມານີ້, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ເພີ່ມຂຶ້ນໄວ ໄດ້ກໍ່ຜົນກະທົບຕໍ່ແຫຼ່ງສະໜອງແຮງງານ, ການຜະລິດ ແລະ ການໃຊ້ສອຍ. ເຖິງວ່າ ລາຄາພະລັງງານເພີ່ມຂຶ້ນ ແຕ່ໄພເງິນເຟີ້ ກໍ່ສືບຕໍ່ໄດ້ຮັບການຄວບຄຸມ ຍ້ອນວ່າລາຄາສະບຽງອາຫານ, ທັນຍາຫານ ມີສະຖຽນລະພາບພໍສົມຄວນ ໃນຂະນະທີ່ຄວາມຕ້ອງການຢູ່ພາຍໃນປະເທດຍັງມີໜ້ອຍ. ສ່ວນເກີນງົບປະມານແມ່ນ 1,1 ຕື້ USD ໃນເດືອນກຸມພາ ຍ້ອນການເກັບລາຍຮັບງົບປະມານໄດ້ດີ ໃນຂະນະທີ່ ລາຍຈ່າຍງົບປະມານເພີ່ມຂຶ້ນ ຍ້ອນການດັດປັບຄວາມຄືບໜ້າໃນການປ່ອຍເງິນລົງທຶນພາກລັດ. ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ຮັກສາທ່າຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ