WB ຫຼຸດລະດັບຄາດຄະເນການເຕີບໂຕທົ່ວໂລກປີ 2019

(VOVWORLD) -ເສດຖະກິດທົ່ວໂລກຈະເສຍທ່າເຕີບໂຕໃນປີ 2019 ແລະ 2020 ຍ້ອນບັນດາປັດໃຈຫຍໍ້ທໍ້, ຈາກຄວາມເຄັ່ງຕຶງດ້ານການຄ້າ, ຄວາມຂາດສະຖຽນລະພາບໃນຕະຫຼາດການເງິນ ຕະຫຼອດຮອດບັນດາສິ່ງທ້າທາຍກ່ຽວກັບເງິນຕາຢູ່ຫຼາຍປະເທດພວມພົ້ນເດັ່ນ.

ນັ້ນແມ່ນຂໍ້ສັງເກດລວມໃນບົດລາຍງານ “ແງ່ຫວັງເສດຖະກິດທົ່ວໂລກ” ເຊິ່ງທະນາຄານໂລກ (WB) ປະກາດໃນວັນທີ 08 ມັງກອນ.

        ໃນບົດລາຍງານດັ່ງກ່າວ, WB ໄດ້ຫຼຸດລະດັບຄາດຄະເນການເຕີບໂຕທົ່ວໂລກໃນ 2 ປີ 2018 ແລະ 2020 ລົງຕາມລຳດັບ, ນັ້ນແມ່ນ 3% ແລະ 2,9%, ຫຼຸດລົງເມື່ອທຽບໃສ່ບົດລາຍງານເມື່ອເດືອນ ມິຖຸນາ 2018. ບົດລາຍງານຂອງ WB ຍັງຮັກສາການຕີລາຄາວ່າ ເສດຖະກິດທົ່ວໂລກພຽງຫຼຸດລົງ, ຫາກບໍ່ແມ່ນຕົກເຂົ້າສູ່ສະພາບທີ່ຊຸດໂຊມ.

ຕອບກັບ

ຂ່າວ/ບົດ​ອື່ນ