WHO ກ່າວ​ເຕືອນ​ບັນ​ດາ​ປະ​ເທດ​ຕ້ອງມີ​ສະ​ຕິລະ​ວັງ​ຕົວ​ເປັນ​ພິ​ເສດ​​ເມື່ອຜ່ອນ​ຜັນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ

(VOVWORLD) -     ວັັັນທີ 7 ກໍລະກົດ, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງມີສະຕິລະວັງຕົວເປັນພິເສດ ເມື່ອຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອເປີດປະຕູຄືນໃໝ່, ຫຼີກລ້ຽງການທໍາລາຍຜົນງານປ້ອງກັນ, ຕ້ານໂລກລະບາດທີ່ບັນລຸໄດ້ໃນໄລຍະຜ່ານມາ.
WHO ກ່າວ​ເຕືອນ​ບັນ​ດາ​ປະ​ເທດ​ຕ້ອງມີ​ສະ​ຕິລະ​ວັງ​ຕົວ​ເປັນ​ພິ​ເສດ​​ເມື່ອຜ່ອນ​ຜັນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ - ảnh 1ທ່ານ Michael Ryan ຜູ້ອຳນວຍການໂຄງການສາທາລະນະສຸກສຸກເສີນ ສັງກັດອົງການ WHO (ພາບ: The Times)

ລະອຽດແມ່ນ, ທ່ານ Michael Ryan ຜູ້ອຳນວຍການໂຄງການສາທາລະນະສຸກສຸກເສີນ ສັງກັດອົງການ WHO ໄດ້ເນັ້ນໜັກວ່າ ຖ້າຫາກວ່າບັນດາປະເທດທີ່ມີອັດຕາການສັກວັກຊິນກັນພະຍາດໂຄວິດ - 19 ຕ່ຳ ແຕ່ຜ່ອນຜັນບັນດາມາດຕະການຢ່າງໄວວາໂພດ ແມ່ນຈະເປັນການສ້າງເງື່ອນໄຂໃຫ້ໄວຣັດແຜ່ລະບາດ. ຕາມທ່ານ Ryan ແລ້ວ, ນີ້ແມ່ນຈຸດເວລາທີ່ຕ້ອງມີສະຕິລະວັງຕົວເປັນພິເສດ, ແຕ່ບັນດາປະເທດກໍຕ້ອງຕັດສິນເບິ່ງວ່າ ອັນໃດຄວນລະວັງ ອັນໃດຄວນຜ່ອນຜັນ ໃຫ້ເໝາະສົມກັບສະພາບການຂອງໂລກລະບາດ. ທ່ານກໍຮຽກຮ້ອງໃຫ້ບັນດາປະເທດທີ່ພວມຄິດໄລ່ຊັ່ງຊາ ຫຼືໄດ້ເລີ່ມຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກທີ່ມີອາຍຸແຕ່ 12 – 15 ປີ ຄວນພິຈາລະນາຄືນໃໝ່ຕໍ່ວິທີດັ່ງກ່າວ. ແທນທີ່ນັ້ນ, ບັນດາປະເທດເຫຼົ່ານັ້ນ ສາມາດແບ່ງວັກຊິນທີ່ພວມມີຢູ່ແລ້ວ ໃຫ້ໂຄງການ COVAX ເພື່ອສັກໃຫ້ຜູ້ມີອາຍຸສູງ ແລະ ພະນັກງານການແພດຢູ່ບັນດາປະເທດມີລາຍຮັບຕ່ຳ.


ຕອບກັບ

ຂ່າວ/ບົດ​ອື່ນ