WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຸ້ດຶກດາມ ສະເໜີໃຫ້ WHO ຈົ່ງຊຸກຍູ້ການສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່ອຍຖອດເຕັກໂນໂລຊີ ເພື່ອຫວຽດນາມ ກາຍເປັນສູນຜະລິດວັກຊິນໃນພາກພື້ນ.
WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ - ảnh 1

 (ພາບ:TTXVN)

   ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວຸ້ດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໄດ້ມີການປະຊຸມທາງອອນລາຍກັບທ່ານປະລີນຍາເອກ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO)  ເຂດຕາເວັນຕົກປາຊີຟິກ ກ່ຽວກັບສະພາບການແຫຼ່ງສະໜອງວັກຊິນ, ບົດຮຽນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ ແລະ ຄວາມຕ້ອງການສຳຜັດກັບວັກຊິນໃນໄລຍະຈະມາເຖິງ.

   ທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຸ້ດຶກດາມ ສະເໜີໃຫ້ WHO ຈົ່ງຊຸກຍູ້ການສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່ອຍຖອດເຕັກໂນໂລຊີ ເພື່ອຫວຽດນາມ ກາຍເປັນສູນຜະລິດວັກຊິນໃນພາກພື້ນ.

  ສ່ວນທ່ານປະລີນຍາເອກ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO)  ເຂດຕາເວັນຕົກປາຊີຟິກ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມແມ່ນແບບຢ່າງທີ່ດີເດັ່ນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ 19 ໃນພາກພື້ນ ພ້ອມທັງຕີລາຄາສູງ ວິທີສຳຜັດທີ່ຖືກຕ້ອງ ແລະ ມີປະສິດທິຜົນຂອງຫວຽດນາມ ສຳລັບວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ