WHO ຖະ​ແຫຼງ​ພະ​ຍາດ​ໂຄວິດ - 19 ຍັງ​ບໍ່​ທັນ​ສິ້​ນ​ສຸດ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 19 ມີນາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 468 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 6,1 ລ້ານຄົນ. 
WHO ຖະ​ແຫຼງ​ພະ​ຍາດ​ໂຄວິດ - 19 ຍັງ​ບໍ່​ທັນ​ສິ້​ນ​ສຸດ - ảnh 1ພາບປະກອບ: THX/ TTXVN

ທ່ານນາງ Margaret Harris ໂຄສົກຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ພະຍາດໂຄວິດ - 19 ຍັງສືບຕໍ່ແກ່ຍາວ. ກ່າວຄຳເຫັນໃນວັນທີ 18 ມີນາ ທີ່ການຖະແຫຼງຂ່າວຢູ່ເຊີແນວ ປະເທດສະວິດ, ທ່ານນາງ Margaret Harris ຢືນຢັນວ່າ ໂລກລະບາດໂຄວິດ - 19 ຍັງບໍ່ທັນສິ້ນສຸດ, ພ້ອມທັງຖືວ່າ “ແນ່ນອນວ່າ ໂລກຍັງຢູ່ໃນໄລຍະແຜ່ລະບາດ”.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 19 ມີນາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 468 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 6,1 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19.

ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 18 ມີນາ ຫາເວລາ 16 ໂມງຂອງວັນທີ 19 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 150.618 ຄົນ, ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 129.434 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ