WHO ສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍຂະແໜງສາທາລະນະສຸກ ຫວຽດນາມ

WHO ສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍຂະແໜງສາທາລະນະສຸກ ຫວຽດນາມ  - ảnh 1
ທ່ານນາງ Margaret Chan ແລະ ທ່ານ​ ຫງວຽນ​ຊວນ​ຟຸກ
(ພາບ: ຫວູ​ຢູ້ງ/VOV)

(vovworld) – ​​​ ​​ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້ WHO ສືບຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ຫວຽດ​ນາມ ໃນ​ຂົງ​ເຂດ​ເຕັກ​ນິກ, ວິ​ຊາ​ສະ​ເພາະ​ການ​ແພດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ສຳ​ເລັດ​​ເປົ້າ​ໝາຍກໍ່​ສ້າ​ງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ​ໃຫ້ທັນ​ສະ​ໄໝ ແລະ ​ສຳ​ເລັດເທື່ອ​ລະ​ກ້າວ, ​ໃຫ້ຫລຸດ​ຜ່ອນ​ອັດ​ຕາ​ສ່ວນ​ການ​ຕິດ​ພະ​ຍາດ ແລະ ເສຍ​ຊີ​ວິດ, ເພີ່ມ​ອາ​ຍຸ​​ຍືນໃຫ້​ແກ່​ປະ​ຊາ​ຊົນ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ ໃນ​ການ​ຕ້ອນ​ຮັບ​ທ່ານນາງ Margaret Chan, ຜູ້​ອຳ​ນ​ວຍ​ການ​ອົງ​ການ​ອາ​ນາ​ໄມ​ໂລກ (WHO) ໃນ​ຕອນ​ເຊົ້າ​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຂອບ​ອົກ​ຂອບ​ໃຈ WHO  ໃນ​ຊ​ຸມ​ປີ​ຜ່ານ​ມາໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ຜົນ​ງານ​ຂອງ WHO, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ທ່ານ​ນາງ Margaret Chan.

        ທ່ານ​ນາງ Margaret Chan ໄດ້​ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຮັບ​ຊ​າບ​ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ. 2 ຝ່າຍ​ເຫັນ​ດີ​ກັບຫຼາຍ​ເນື້ອ​ໃນ​ສຳ​ຄັນ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ. ທ່ານ​ນາງ Margaret Chan ສະ​ເໜີ​ ຫວຽດ​ນາມ ຍູ້​ແຮງ​ການ​ບຳ​ລຸ​ງ​ສ້າງ​ທ່ານ​ໝໍຫຼາຍ​ຂະ​ແໜງ, ພິ​ເສດ​ແມ່ນ​ທ່ານ​ໝໍ​ຄອບ​ຄົວ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ໃນ​ເບື້​ອງ​ຕົ້ນ​ໃຫ້​ແກ່​ປະ​ຊາ​ຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ