WTO ກ່າວເຕືອນວ່າ ການຄ້າທົ່ວໂລກພວມຕົກເຂົ້າສູ່ວິກິດການ

(VOVWORLD) -ການຄ້າ ແລະ ຄວາມວັດທະນາຖາວອນໃນທົ່່ວໂລກ ຍາກທີ່ຈະສືບຕໍ່ໄດ້ ຖ້າຫາກບັນດາປະເທດໃຫຍ່ມີບັນດາການກະທໍາຕາມລໍາພັງຝ່າຍດຽວ ແລະ ເຫີນຫ່າງຈາກຫຼັກການ ແລະ ຂໍ້ກໍານົດກົດໝາຍລວມ. 

ລະບົບການຄ້າໂລກພວມຕົກເຂົ້າສູ່ວິກິດການ. ຄໍາກ່າວເຕືອນດັ່ງກ່າວ ໂດຍທ່ານຮອງຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ (WTO) Karl Brauner ຍົກອອກມາທີ່ກອງປະຊຸມລົດໂອໂຕ Handelsblatt ເຊິ່່ງຖືກຈັດຂຶ້ນຢູ່ Wolfsburg ຂອງ ເຢຍລະມັນ ໃນວັນທີ 04 ທັນວາ.

        ທ່ານ Karl Brauner ກ່າວເຕືອນວ່າ ການຄ້າ ແລະ ຄວາມວັດທະນາຖາວອນໃນທົ່່ວໂລກ ຍາກທີ່ຈະສືບຕໍ່ໄດ້ ຖ້າຫາກບັນດາປະເທດໃຫຍ່ມີບັນດາການກະທໍາຕາມລໍາພັງຝ່າຍດຽວ ແລະ ເຫີນຫ່າງຈາກຫຼັກການ ແລະ ຂໍ້ກໍານົດກົດໝາຍລວມ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ WTO ຄົນດັ່ງກ່າວ ກໍສະແດງຄວາມຫວັງຕໍ່ການຢ້ຽມຢາມ ອາເມລິກາ ຂອງ ວົງການການນໍາບັນດາກຸ່ມບໍລິສັດຜະລິດລົດໂອໂຕຂອງ ເຢຍລະມັນ ຊຶ່ງອາດຈະຊ່ວຍໃຫ້ອໍານາດການປົກຄອງ ວໍຊິງຕັນ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບບັນດາຜົນກະທົບຈາກພາສີອາກອນຕໍ່ການຄ້າທົ່ວໂລກ.

        ແລະກໍໃນວັນດຽວກັນ, ການນໍາກຸ່ມບໍລິສັດຜະລິດລົດໂອໂຕຂອງ ເຢຍລະມັນ ໄດ້ໂຮມປະຊຸມທີ່ວໍຊິງຕັນ (ອາເມລິກາ) ດ້ວຍຄວາມຫວັງ ວ່າອາດຈະສະກັດກັ້ນບັນດາມາດຕະການຈັດວາງອັດຕາພາສີອາກອນ ແນໃສ່ບັນດາລົດຫຼູຫຼາທີ່ໄດ້ນໍາເຂົ້າ ອາເມລິກາ. ເພື່ອສາມາດເກັ້ຍກ່ອມວົງການເຈົ້າໜ້າທີ່ອາເມລິກາໄດ້ນັ້ນ, ການນໍາບັນດາກຸ່ມບໍລິສັດດັ່ງກ່າວນີ້ ຈະຕ້ອງວາງອອກບັນດາແຜນການ ເພື່ອແນໃສ່ເພີ່ມອັດຕາບັນດາສິ້ນສ່ວນຂອງລົດໂອໂຕ ທີ່ໄດ້ຜະລິດຢູ່ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ