WTO ເຫັນດີຈະແກ້ໄຂຄວາມຂັດແຍ້ງກ່ຽວຂ້ອງເຖິງພາສີນຳເຂົ້າຂອງ ອາເມລິກາ

(VOVWORLD) -ວັນທີ 21 ພະຈິກ, ອົງການການຄ້າໂລກ (WTO) ເຫັນດີ ແກ້ໄຂບັນດາຄຳຮ້ອງທຸກຂອງຫລາຍປະເທດກ່ຽວກັບເລື່ອງ ອາເມລິກາ ຈັດວາງອັດຕາພາສີໃຫມ່ສຳລັບບັນດາຜະລິດຕະພັນເຫລັກກ້າ ແລະ ອາລູມີນຽມ.

ຕາມນັ້ນແລ້ວ ອົງການແກ້ໄຂຄວາມຂັດແຍ້ງ (DBS) ຂອງ WTO ຈະສ້າງຕັ້ງບັນດາຄະນະກຳມະການເພື່ອພິຈາລະນາລັກສະນະດ້ານນິຕິກຳຂອງເລື່ອງ ອາເມລິກາ ຂຶ້ນພາສີ 25% ສຳ ລັບປະເພດສິນຄ້າເຫລັກກ້າ ແລະ 10% ສຳລັບ ອາລູມີນຽມ.  ຍ້ອນ ອາເມລິກາ ບໍ່ເຫັນດີຕໍ່ຄະນະກຳມະການແກ້ໄຂຄຳຮ້ອງທຸກຂອງທຸກຝ່າຍ, WTO ຈະສ້າງຕັ້ງບັນດາຄະນະກຳມະການແກ້ໄຂບັນດາຄຳຮ້ອງທຸກຂອງສະຫະພາບເອີລົບ,ື ຈີນ, ການາດາ, ເມກຊິກໂກ, ນອກແວ, ລັດເຊຍ ແລະ ຕວກກີ ຕາມວິທີສະເພາະຕ່າງຫາກ.

ຕອບກັບ

ຂ່າວ/ບົດ​ອື່ນ