ກຸ້ງຫວຽດນາມ ສົ່ງອອກໄປຍັງອາເມລິກາ ບໍ່ຂາຍບຸບລາຄາ

ກຸ້ງຫວຽດນາມ ສົ່ງອອກໄປຍັງອາເມລິກາ ບໍ່ຂາຍບຸບລາຄາ - ảnh 1
ພາບ​ປະ​ກອບ

(vovworld) -     ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ (Vasep) ​ແລ້ວ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ​ໄດ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ລະດັບພາສີ​ຕ້ານ​ການ​ຂາ​ຍບຸບ​ລາ​ຄາກຸ້ງ​ຂອງ ​ຫວຽດນາມ ​ທີ່​ນຳ​ເຂົ້າ​ຕະຫຼາດ​ ອາ​ເມ​ລິ​ກາ ​ໄລຍະ​ແຕ່​ວັນ​ທີ 01/02/2011 ຮອດ​ວັນ​ທີ 31/01/2012 (POR7) ​ແມ່ນ 0% ​ໃຫ້​ຝ່າຍ​ໂຈດ. ຕາມ Vasep ​ແລ້ວ, ນີ້​​ເປັນ​ຄັ້ງທຳ​ອິດ​ໃນ​ປະຫວັດ​ແຫ່ງ​ການ​ທີ່​ພິຈາລະນາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ກຸ້ງຂອງ ຫວຽດນາມ ນຳ​ເຂົ້າ​ອາ​ເມ​ລິ​ກາ, DOC ​ໄດ້ຮັບ​ຮູ້​ທຸກ​ວິ​ສາ​ຫະກິດຂອງ​ຫວຽດນາມ ທີ່​ຂາຍ​ກຸ້ງ​​ໃຫ້ບໍ່​ຂາຍ​ບຸບ​ລາຄາ. ຄຳ​ຕັດສິນ​ດັ່ງກ່າວ ​ໄດ້​ນຳ​ມາ​ເຊິ່ງຄວາມ​ຫວັງ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ກຸ້ງ​ຂອງ ຫວຽດນາມ​ໃນ​ສະພາບ​ການ​ຕະຫຼາດ​ມີ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ. ຕາມ Vasep ​ແລ້ວ, ​ເຖິງ​ວ່າ​ໄດ້ຜ່ອນຄາຍ ບັນດາ​ມາດ​ຕະການ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ກຸງ ຊົ່ວຄາວ​ແລ້ວ​ກໍ່ຕາມ, ​ແຕ່ຝ່າຍ ອາ​ເມ​ລິ​ກາ ຍັງ​ຄົງ​ສືບ​ຕໍ່ກໍລະນຮ້ອງຟ້ອງ​​ເລີ່​ມ​ແຕ່ທ້າຍ​ປີ 2012 ກ່ຽວ​ກັບ​ຕ້ານ​ການ​ໜູນ​ຊ່ວຍ​ສຳລັບ​ປະ​ເພດ​ສິນຄ້າ ກຸງ​ຂອງ​ ຫວຽດນາມ ​ແລະ ​ປະ​ເທດ​ຈຳນວນ​ໜຶ່ງ. ປີ 2012, ອາ​ເມ​ລິ​ກາ ​ແມ່ນ​ຕະຫຼາດ​ນຳ​ເຂົ້າ​ກຸ້ງ ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ ທັດ​ຈາກ ຍີ່ປຸ່ນ, ດ້ວຍ​ມູນ​ຄ່າ​ບັນລຸ​ກ່ວາ 454,5 ລ້ານ USD ​ແລະ ກວມ​ກ່ວາ 20% ອັດຕາສ່ວນ​ການ​ສົ່ງ​ອອກ​ກຸ້ງ​ຂອງ ຫວຽດນາມ. ​ເດືອນ 1/2013, ອາ​ເມ​ລິ​ກາ ​ໄດ້​ລື່ນ​ກາຍ ຍີ່ປຸ່ນ, ນຳ​ໜ້າ​ໃນ​ການ​ນຳ​ເຂົ້າກຸ້ງຂອງ ຫວຽດນາມ ດ້ວຍລະດັບເຕີບ​ໂຕ​ເກື​ອບ 40% ​ເມື່ອ​ທຽບ​ໃສ່​ເດ​ືອນ 1/2012.

ຂ່າວ/ບົດ​ອື່ນ