ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ

(VOVWORLD) -ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ.
ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ - ảnh 1(ພາບປະກອບ: TTXVN)

ໃນການຕອບສະພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນປີ 2020 ເພື່ອປະຕິບັດໜ້າທີ່ຄວບຄູ່ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມ, ກໍຄືວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານນາງ Irmina Perojo, ອຸປະທທູດຊົ່ວຄາວ ສະຖານທູດກຸຍບາ ປະຈຳຫວຽດນາມ ໄດ້ຕີລາຄາຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ແມ່ນຍ້ອນການເຕົ້າໂຮມພູມປັນຍາ ແລະ ຈິດໃຈສະຫຼາດສ່ອງໄສຂອງພັກ, ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ພາຍໃຕ້ການຊີ້ນຳນພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ຍູ້ແຮງການເຊື່ອມໂຍງທາງດ້ານເສດຖະກິດ ແລະ ປະຕິບັດບົດບາດຊຸກຍູ້ສັນຕິພາບ ແລະ ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍບັນລຸຜົນສຳເລັດ.

ສ່ວນທ່ານ Pallab Sengupta, ກຳມະການກົມການເມືອງ, ຫົວໜ້າຄະນະສາກົນພັກກອມມູນິດອິນເດຍ ຢືນຢັນວ່າ, ກອງປະຊຸມໃຫຍ່ຂອງພັກທຸກຄັ້ງ ລ້ວນແຕ່ກາຍເປັນເຫດການມີລັກສະນະບາດລ້ຽວສຳລັບປະເທດຊາດ, ອັນໄດ້ສວມບົດບາດຍຸດທະສາດໃຫ້ແກ່ການປະຕິວັດຫວຽດນາມ ກໍຄືບັນດາແຜນການພັດທະນາເສດຖະກິດ. ທຸກຜົນງານຂອງຫວຽດນາມ ໃນປະຈຸບັນ ລ້ວນແຕ່ແມ່ນໝາກຜົນຂອງການປະກອບສ່ວນອັນໃຫຍ່ຫຼວງຂອງພັກກອມມູນິດຫວຽດນາມ ໃນການວາງແຜນຊີ້ນຳ ແລະ ນຳໃຊ້ບັນດາຍຸດທະສາດທີ່ເໝາະສົມໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ