ກຸຍບາແລະEUເລີ່ມຕົ້ນການເຈລະຈາຮອບທີ3ກ່ຽວກັບຂໍ້ຕົກລົງດ້ານການເມືອງ

ກຸຍບາແລະEUເລີ່ມຕົ້ນການເຈລະຈາຮອບທີ3ກ່ຽວກັບຂໍ້ຕົກລົງດ້ານການເມືອງ - ảnh 1
ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ ອີ​ຢູ ທ່ານ Cristian Leffler (ກາງ) ​ແລະ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ Abelardo Moreno (ຂວາ).
(​ພາບ: AFP)

(vovworld) – ​ວັນ​ທີ 4/3, ທີ່​ນະຄອນຫຼວງ ລາ​ຮາ​ບາ​ນາ, 2 ຝ່າຍຄະນະຜູ້​ແທນ​ກຸຍ​ບາ ​ແລະ ສະຫະພາບ​ເອີ​ລົບ (EU) ​ໄດ້​ເລີ່​ມຕົ້ນ​ການ​ເຈລະຈາ​ຮອບ​ທີ 3 ຄາດ​ວ່າ​ຈະ​ແກ່ຍາວ​ເປັນ​ເວລາ 2 ວັນ ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ສົນທະນາ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື. ທ່ານ​ຫົວໜ້າ​ການ​ເຈລະຈາ​ຂອງ EU Cristian Leffler, ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ EU ຮັບຜິດຊອບ​ກ່ຽວ​ກັບ​ການ​ພົວພັນ​ກັບ​ທະວີບອາ​ເມ​ລິ​ກາ. ​ໃນ​ຂະນະ​ນັ້ນ, ​ນຳ​ໜ້າ​ຄະນະ​ລັດຖະບານ​ກຸຍ​ບາ ​ແມ່ນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ Abelardo Moreno . ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ ​ແລ້ວ, ການ​ເຈລະຈາ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ຕັ້ງ​ກົນ​ໄກ​ສົນທະນາ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ກັນ, ພ້ອມ​ທັງ​ປຶກສາ​ຫາລື​ຊົ່ວຄາວ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ການ​ຄ້າ ​ແລະ ການ​ສົນທະນາ​ດ້ານ​ການ​ເມືອງ.

      ວັນ​ທີ 10/2/2014, EU ​ໄດ້​ຖະ​ແຫຼ​ງການ​ເລີ່​ມຕົ້ນ​ວິວັດທະນາ​ການ​ຫັນ​ການ​ພົວພັນ​ກັບ​ ກຸຍ​ບາ​ ເປັນ​ປົກກະຕິ, ພາຍຫຼັງ​ກ່ວາ​ທົດ​ສະ​ວັດບໍ່​ແລກປ່ຽນ​ຄະນະ​ການທູດ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນ ກຸຍ​ບາ ​ແມ່ນ​ປະ​ເທດ​ດຽວ​ຢູ່​ ອາ​ເມ​ລິ​ກາ​ລາ​ຕິນ ທີ່​ຍັງ​ບໍ່​ທັນ​ເຊັນ​ສັນຍາ​ຂໍ້​ຕົກລົງ​ສົນທະນາ​ດ້ານ​ການ​ເມືອງ ກັບ EU.

 


ຂ່າວ/ບົດ​ອື່ນ