ກົດໝາຍວ່າ​ດ້ວຍ​ການລົງທຶນ​ພາກ​ລັດ (ສະບັບ​ປັບປຸງ) ມີ​ຜົນສັກສິດ​ນັບ​ແຕ່​ວັນ​ທີ 1 ມັງກອນ 2020 ​ເປັນ​ຕົ້ນ​ໄປ

(VOVWORLD) -   ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ, ກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ) ມີຜົນສັກສິດຢ່າງເປັນທາງການ.
ກົດໝາຍວ່າ​ດ້ວຍ​ການລົງທຶນ​ພາກ​ລັດ (ສະບັບ​ປັບປຸງ) ມີ​ຜົນສັກສິດ​ນັບ​ແຕ່​ວັນ​ທີ 1 ມັງກອນ 2020 ​ເປັນ​ຕົ້ນ​ໄປ - ảnh 1 (ພາບປະກອບ: TTXVN)

      ຕາມທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ) ແມ່ນເພື່ອແນໃສ່ສືບຕໍ່ປັບປຸງລະບອບລະບຽບການ, ກົດໝາຍກ່ຽວກັບການລົງທຶນພາກລັດຕາມທິດເອກະພາບ, ຄົບຊຸດ ກັບ ບັນດາກົດໝາຍອື່ນໆທີ່ກ່ຽວຂ້ອງໃຫ້ສົມບູນແບບ. ພ້ອມກັນນັ້ນ, ກົດໝາຍສະບັບປັບປຸງ ກໍຊ່ວຍເພີ່ມທະວີການຄຸ້ມຄອງບັນດາການເຄື່ອນໄຫວລົງທຶນພາກລັດ ແລະ ແຫຼ່ງເງິນລົງທຶນພາກລັດໄດ້ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າ ກໍຄືສືບຕໍ່ແກ້ໄຂສະພາບການລົງທຶນແບບກະແຈກກະຈາຍ, ປະກອບສ່ວນຍົກສູງປະສິດທິຜົນການລົງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ, ການກໍານົດທິດຂອງຍຸດທະສາດ, ການວາງແຜນຜັງ, ແຜນການພັດທະນາເສດຖະກິດ, ສັງຄົມ ຂອງປະເທດຊາດ.

        ດ້ວຍບັນດາຈຸດໃໝ່ໃນກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ), ເລື່ອງປະຕິບັດກົດໝາຍຈະສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິວັດການກະກຽມໂຄງການຕ່າງໆ ແລະ ປະກອບສ່ວນດັດປັບອັດຕາປ່ອຍເງິນລົງທຶນພາກລັດ. 

ຕອບກັບ

ຂ່າວ/ບົດ​ອື່ນ