ກົດໝາຍອາຍາສະ ບັບປັບປຸງຕ້ອງສ້າງ ຂຶ້ນບົນເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ສະບັບໃໝ່


ກົດໝາຍອາຍາສະ ບັບປັບປຸງຕ້ອງສ້າງ ຂຶ້ນບົນເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ສະບັບໃໝ່ - ảnh 1

(ພາບ: Doãn Tấn/TTXVN)

 (vovworld)- ​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຄ່າ​ຍອິນ​ເຕີ​ເນັດ​ທົ່ວ​ປະ​ເທດ ສະຫລຸບ​ການ​ປະຕິບັດ​ກົດໝາຍ​ອາຍາ​ປີ 1999 ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 15/3, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ​ເນັ້ນໜັກ​ວ່າ: ກົດໝາຍ​ອາຍາ​ສະບັບ​ປັບປຸງຕ້ອງ​ສ້າງ​​ເປັນສົມ​ບູນ​ແບບ​ບົນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ພິ​ເສດ, ກົດໝາຍ​ສະບັບ​ນີ້​ຕ້ອງ​ປົກ​ປ້ອງ​ບັນດ​າສິດທິ​ມະນຸດ, ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ສະກັດ​ກັ້ນ ​ແລະ ມີ​ລັກສະນະ​ກຸສົນ​ໃນ​ການ​ປັບ​ໃໝ​ລົງ​ໂທດ​ຜູ້​ກະທຳ​ຜິດ, ຕ້ອງ​ມີ​ກົນ​ໄກ​ສົ່ງ​ເສີມ, ລະດົມ​ກຳລັງ​ໃຈ ປຊຊ ຕັ້ງໜ້າ​ເຂົ້າຮ່ວມ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຕົນ​ເອງ ແລະ ຄົນ​ອື່ນ.

  ຕາມ​ແຜນການ​, ລັດຖະບານ​ຈະ​ຍື່ນ​ສະ​ເໜີກົດໝາຍສະບັບ​ນີ້​ຕໍ່​ສະພາ​ແຫ່ງ​ຊາດ​​ໃນ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ກະຊວງ​ຍຸດຕິ​ທຳ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ຈົ່ງ​ສຸມ​ໃສ່​ຄົ້ນຄ້ວາ​ເພື່ອ​ຍົກ​ອອກ​ບັນດາ​ຂໍ້​ສະ​ເຫນີ, ບັນດາ​ມາດ​ຕະການ​ປັບ​ປູ​ງ​ເພື່ອ​ແນ​ໃສ່ສ້າງ​ກົດໝາຍ​ສະບັບ​ໃໝ່​ທີ່​ມີ​ລັກສະນະ​ເປັນ​ໄປ​ໄດ້​ສູງ, ມີ​ຄຸນ​ນະພາ​ບສູງ; ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ເພື່ອ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ຮັກສາ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ./.

ຂ່າວ/ບົດ​ອື່ນ