ກຸ່ມ P5 + 1 ແຈ້ງການຈັດກອງປະຊຸມດ່ວນກ່ຽວກັບຂໍ້ຕົກລົງນິວເຄຼຍ ກັບ ອີຣານ

(VOVWORLD) -ບັນດາປະເທດຄື ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ, ຈີນ ແລະ ອີຣານ ຈະໂຮມປະຊຸມກັນໃນວັນທີ 28 ມິຖຸນາ ຈະມາເຖິງ ຢູ່ ວຽນນາ 

  ວັນທີ 20 ມິຖຸນາ ສະຫະພາບເອີຣົບ (ອີຢູ)ໃຫ້ຮູ້ວ່າ ບັນດາປະເທດຍັງເຫຼືອໃນກຸ່ມ P5 + 1 ເວັ້ນເສຍແຕ່ ອາເມລິກາ, ທີ່ເຄີຍລົງນາມໃນຂໍ້ຕົກລົງນິວເຄຼຍ ອີຣານ ເມື່ອປີ 2015 ຈະຈັດກອງປະຊຸມດ່ວນ ຢູ່ ວຽນນາ, ປະເທດ ໂອຕາລິດ ໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ  ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວເມື່ອທ້າຍປີ 2018. ບັນດາປະເທດຄື ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ, ຈີນ ແລະ ອີຣານ ຈະໂຮມປະຊຸມກັນໃນວັນທີ 28 ມິຖຸນາ ຈະມາເຖິງ ຢູ່ ວຽນນາ ໃນສະພາບຄວາມເຄັ່່ງຕຶງຢູ່ເຂດອ່າວພວມປິນຂັ້ນໄດ ພາຍຫຼັງເກີດບັນດາເຫດບຸກໂຈມຕີໃສ່ກໍ່າປ່ັນຂົນສົ່ງນໍ້າມັນຫວ່າງມໍ່ໆມານີ້ ໂດຍສະເພາະແມ່ນເຫດເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ ຖືກຍິງຕົກຢູ່ເຂດດັ່ງກ່າວ. ໃນຖະແຫຼງການສະບັບໜຶ່ງ, ອີຢູ ໃຫ້ຮູ້ວ່າ ກອງປະຊຸມດັ່ງກ່າວ ແມ່ນເພື່ອແນໃສ່່ຮັບປະກັນເລື່ອງສືບຕໍ່ປະຕິບັດຂໍ້ຕົກລົງ ນິວເຄຼຍ ອີຣານ, ເຊິ່ງມີຊື່ເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ກ່ຽວກັບທຸກແງ່ມູມ ກໍຄື ປຶກສາຫາລືບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກຈາກເລື່ອງ ອາເມລິກາ ຖອນຕົວອອກຈາກ ຂໍ້ຕົກລົງນີ້ ແລະ ຈັດວາງບັນດາມາດຕະການລົງໂທດເລັ່ງໃສ່ ອີຣານ ກໍຄື ແຈ້ງການຫວ່າງມໍ່່ໆມານີ້ຂອງ ເຕເຮຣານ ທີ່ກ່ຽວຂ້ອງເຖິງການປະຕິບັດບັນດາຄໍາໝັ້ນສັນຍາຂອງປະເທດນີ້ໃນຂໍ້ຕົກລົງດັ່ງກ່າວ”.


ຕອບກັບ

ຂ່າວ/ບົດ​ອື່ນ